ພາກພູມໃຈ “ວັນນີ້ 24 ກໍລະກົດ 2022, ທີມອະນຸຊົນລາວອາຍຸບໍເກີນ 08 ປີ ຈາກ Lao Mazda GB FC U8 ສາມາດເອົາຊະນະລວດໃນທຸກໆນັດ
(ເຕະຄົບທຸກໆທີມ ແລະ ຜົນຄະແນນເປັນອັນດັບໜື່ງ) ໄດ້ແຊ້ມລາຍການແຂ່ງຂັນເຕະບານ LaLiga Youth Tournament 2022 ປະເທດມາເລເຊຍ”
1. ລາຍການແຂ່ງຂັນ LaLiga Youth Tournament 2022 ທີ່ປະເທດມາເລເຊຍ ສະໂມສອນ Mazda GB FC ໄດ້ຕາງຫນ້າໃຫ້ປະເທດລາວ ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້;
2. ເປັນເທື່ອທຳອິດ ແລະ ຄັ້ງປະຫວັດສາດຂອງລາວເຮົາທີ່ເຂົ້າຮ່ວມການແຂ່ງຂັນໃນລາຍການລະດັບໂລກຢ່າງ LaLiga;
3. ການແຂ່ງຂັນໃນນີ້ແມ່ນມີຫລາຍປະເທດໃນຂົງເຂດອາຊຽນຂອງພວກເຮົາເຂົ້າຮ່ວມ ເຊັ່ນ ປະເທດໄທຍ, ຟີລິບປິນ, ອີນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ.
ທີ່ມາ: Sourioudong Sundara