ຮັບສະໝັກເພື່ອນຮ່ວມງານ ຈໍານວນຫລາຍ
ເລກທີ 23/2022
ກຸ່ມບໍລິສັດ ພອນສັກ ຈຳກັດ ເປັນບໍລິສັດໃຫ່ຍໜຶ່ງທີ່ນອນຢູ່ໃນແຖວໜ້າຂອງ ສ.ປ.ປ.ລາວ ແລະ ມີເຈົ້າຂອງເປັນຄົນລາວ. ບໍລິສັດມີຈຳນວນພະນັກງານຫຼາຍກວ່າ 100 ຄົນ ປະຈໍາສໍານັກງານໃຫ່ຍ ແລະ ພະນັກງານຫຼາຍກວ່າ 650 ຄົນ ປະຈໍາພາກສະໜາມ ໃນນັ້ນລວມທັງຜູ້ຮັບເໝົາ.
ປະຈຸບັນ ເປັນໂອກາດອັນດີທີ່ທ່ານຈະຮ່ວມວຽກກັບ ກຸ່ມບໍລິສັດ ພອນສັກ ຈຳກັດ. ພວກເຮົາມີຫຼາຍໂຄງການທີ່ກຳລັງຕ້ອງການເພື່ອນຮ່ວມງານຈຳນວນຫຼາຍ, ເພື່ອກ້າວໄປສູ່ການຮ່ວມມື ແລະ ຄວາມຄິດສ້າງສັນ. ພວກເຮົາກໍາລັງຊອກຫາຕໍາແໜ່ງດັ່ງຕໍ່ໄປນີ້:
ປະກາດຮັບພະນັກງານສຳລັບບໍ່ຄໍາ:
ປະຈໍາ ບໍລິສັດ ບໍ່ຄໍາ ຄໍາເກີດ-ແສນອຸດົມ ຈໍາກັດ (ເມືອງ ຄໍາເກີດ, ແຂວງ ບໍລິຄໍາໄຊ)
ຜຽນເຮັດວຽກ: ເຮັດວຽກ 30 ວັນ, ພັກວຽກ 6 ວັນ, 8.5 ຊົ່ວໂມງ/ວັນ
1.ຊ່າງສ້ອມແປງກົນຈັກໜັກຂັ້ນອາວຸໂສ (Senior HE Mechanic)
2.ຊ່າງສ້ອມແປງກົນຈັກໜັກ (Mechanic)
3.ພະນັກງານບໍຫ້ອງທົດລອງ (Admin Officer)
4.ຜູ້ຄວບຄຸມເຄື່ອງຈັກໂຮງງານ (Operator)
5.ວິຊາການປະສົມແຮ່ທາດ (Metallurgist technician)
6.ພະນັກງານເບີກ-ຈ່າຍເຄື່ອງ (Storeman)
ພວກເຮົາສະເໜີເງິນເດືອນ ແລະ ຜົນປະໂຫຍດສົມເຫດສົມຜົນ, ມີກອງທຶນປະກັນສັງຄົມ, ມີທີ່ພັກອາໃສ, ຫ້ອງປະຖົມພະຍາບານ,ລົດຮັບສົ່ງຕາມເສັ້ນທາງທີ່ບໍລິສັດກໍານົດໄວ້,ລ້ຽງອາຫານ 3 ຄາບ ແລະ ອື່ນໆ.
ພວກເຮົາຍິນດີໃຫ້ຜູ້ສະໝັກສົ່ງ ຊີວະປະຫວັດ ພ້ອມທັງລະບູຕຳແໜ່ງທີ່ສະໝັກໃສ່ຫົວຂໍ້, ເງິນເດືອນປັດຈຸບັນ ແລະ ເງິນເດືອນຄາດຫວັງ ສົ່ງໄປທີ່ ພະແນກບຸກຄະລາກອນ ຕາມທີ່ຢູ່ຂ້າງລຸ່ມນີ້:
ກຸ່ມບໍລິສັດ ພອນສັກ ຈຳກັດ ຕັ້ງຢູ ໜ່ວຍ 15 ຖະໜົນ ສີທອງ, ບ້ານ ປາກທ້າງ, ເມືອງ ສີໂຄດຕະບອງ, ຕູ້ ປ.ນ. 1808, ນະຄອນຫຼວງວຽງຈັນ, ສ.ປ.ປ.ລາວ ບໍລິສັດ ບໍ່ຄໍາ-ຄໍາເກີດແສນອຸດົມຈໍາກັດ, ເບີໂທ 020 22222764
ສໍານັກງານໃຫ່ຍໂທ: (856-21) 550497, 020 28026451.
ອີເມລ: careers@phonesackgroup.com ; kso.hr@phonesackgroup.com ເວັບໄຊ: www.phonesackgroup.com; ເຟກບຸກເພກ: Careers at phonesackgroup