ເງິນຕາລົງແລ້ວ ແຕ່ລາຄາສິນຄ້າແພງຂຶ້ນເລື່ອຍໆ ສວນກະແສກັບອັດຕາແລກປ່ຽນ

ສະພາບການຊື້-ຂາຍຢູ່ປະເທດເຮົາ ໃນສິນຄ້າຈຳນວນໜຶ່ງແມ່ນໄດ້ອາໄສການນຳເຂົ້າ ຈະຕ້ອງໄດ້ແລກປ່ຽນກີບເປັນເງິນຕາເພື່ອຈັດຊື້ມາ ແຕ່ປະຊາຊົນພວກເຮົາຜູ້ບໍລິໂພກທຸກຄົນເລີ່ມມີຄຳຖາມໃນໃຈ ຫຼາຍວັນມານີ້ອັດຕາການຊື້-ຂາຍເງິນຕາແມ່ນມີລາຄາຖືກລົງແລ້ວແຕ່ສິນຄ້າກັບສວນກະແສບໍ່ແມ່ນຈື້ງແຕ່ຍັງແພງຂຶ້ນຢ່າງຕໍ່ເນື່ອງສວນກະແສກັບຄ່າເງິນຢູ່.

ໄລຍະຜ່ານມາ ເງິນກີບແມ່ນອ່ອນຄ່າລົງຫຼາຍ ເຮັດຫາລາຄາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ, ລາຄານໍ້າມັນ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຊີວິດປະຈໍາວັນແມ່ນມີລາຄາສູງຂຶ້ນຕາມອັດຕາມອັດຕາແລກປ່ຽນທີ່ມີການຜັນຜວນ ແຕ່ພາຍຫຼັງລັດຖະບານໄດ້ມີການວາງມາດຕະການ ເພື່ອຄຸ້ມຄອງການເໜັງຕີງຂອງເງິນຕາ ເຊິ່ງເຮັດໃຫ້ອັດຕາແລກປ່ຽນ ເປັນເງິນບາດ ແລະ ໂດລາຫຼຸດລົງ ອີງຕາມຂໍ້ມູນ ໃນວັນທີ 22 ມິຖຸນາ 2022 ອັດຕາແລກປຽນຈາກທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ (BCEL) ສໍາລັບສະກຸນເງິນໂດລາຊື້ເຂົ້າແມ່ນ 15.078 ຂາຍແມ່ນ 15.108 ແລະ ເງິນບາດຊື້ເຂົ້າແມ່ນ 461,61 ຂາຍແມ່ນ 465,04 ກີບ.

ສ່ວນລາຄາສິນຄ້າໃນຕົວຈິງ ຈາກການລົງໄປສໍາຫຼວດລາຄາສິນຄ້າຂອງທີມຂ່າວເສດຖະກິດ-ການຄ້າ ໂດຍສະເພາະທີ່ຈໍາເປັນໃນການໃຊ້ຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ທີ່ຮ້ານຊຸບເປີມາເກັດຊື່ດັງ ແລະເປັນທີ່ນິຍົມສູງໃນນະຄອນຫຼວງວຽງຈັນ ສິນຄ້າຫຼາຍປະເພດຍັງມີລາຄາສູງກວ່າຕອນທີ່ອັດຕາແລກປ່ຽນມີການເໜັງຕີງຂຶ້ນສູງສຸດ.

ເຊິ່ງລາຄາໃນປັດຈຸບັນແມ່ນມີດັ່ງນີ້: ນໍ້າມັນພືດ ກາອາງຸ່ນ ຂະໜາດ 1.000ມີລີລິດ ລາຄາ 36.000ກີບ ເປັນ 45.000 ພັັນກີບ; ໄຂ່ໄກ່ CP ລາຄາ 46.000ກີບ ເປັນ 47.000ກີບ; ນໍ້າປາຂວດຢາງ ກາປາໝຶກ ຂະໜາດ 700ມີລີລິດ ຍັງຢູ່ທີ່ຈາກລາຄາ13.500 ເປັນ 15.000ກີບ; ປາກະປ໋ອງ ໂຣຊ່າ ລາຄາແມ່ນ 8.500ກີບ ເປັນ 9.000ກີບ; ແປ້ງນົວຂະໜາດກາງ 500ກຼາມ ຈາກ 25.500ກີບ ເປັນ 26.000ກີບ.

ນອກຈາກນີ້ຍັງມີສິນຄ້າທີ່ໃຊ້ໃນຊີວິດປະຈໍາວັນເຊັ່ນ ຢາຖູແຂ້ວ ຄໍເກດ ຫຼອດໃຫຍ່(ໂທໂທລ) ລາຄາແມ່ນ 27.000ກີບ ເປັນ 36.000ກີບ, ຢາສະຜົມ ຊັນຊີວ ຂະໜາດ 450ມີລີລິດ ລາຄາ 46.000ກີບ ເປັນ 50.000ກີບ, ສະບູ່ຝຸ່ນລາຄາ ຈາກ 64.000ກີບ ເປັນ 67.000ກີບ ປະລິມານ 2,700ກຼາມ.

ພ້ອມນີ້, ຍັງໄດ້ສອບຖາມລາຄາພືດຜັກ ແລະ ເຂົ້າສານ ຢູ່ທີ່ຕະຫຼາດ ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ,ນະຄອນຫຼວງວຽງຈັນ ໂດຍແມ່ຄ້າ ພໍ່ຄ້າຢູ່ທີ່ຕະຫຼາດດັ່ງກ່າວແມ່ນໄດ້ໃຫ້ຂໍ້ມູນວ່າ:

ປັດຈຸບັນ ລາຄາພືດຜັກກໍມີການປັບຂຶ້ນລາຄາເປັນບາງປະເພດເຊັ່ນ ຫອມບົວໃບຕອນນີ້ ລາຄາ 40.000ກີບ/ໂລ ເປັນ 60.000ກີບ/ໂລ, ຫອມປ້ອມຍັງລາຄາເກົ່າ 40.000ກີບ/ໂລ, ຜັກກະລໍ່າ ແລະ ຜັັກກາດຂາວ ຈາກລາຄາ 8.000ກີບ/ໂລ ເປັນ 10.000ກີບ ແລະ ຜັກບົ້ງ ລາຄາ 6.000 ເປັນ 10.000ກີບ, ໝາກເຜັດຂຽວ ໂລ 60.000ກີບ ແດງ 70.000ກີບ/ກິໂລ, ໝາກນາວ 10.000ກີບ/ກິໂລ.

ປະເພດຊີ້ນລາຄາຊີ້ນງົວໃນມື້ນີ້ ແມ່ນລາຄາ 95.000ກີບ/ກິໂລ, ດູກຂ້າງ 40.000 ກີບຕໍ່ກິໂລ, ຕັບ 120.000 ກີບຕໍ່ກິໂລ ແລະ ຊີ້ນໝູ 70.000ກີບ/ກິໂລ, ດູກຂ້າງ 70.000ກີບ.

ສ່ວນເຂົ້່າສານໜຽວ ແມ່ນເລີ່ມຕົ້ນຈາກລາຄາ 90.000-120.000ກີບ ເປັນ 110.000-130.000 ແລະ ເຂົ້າສານຈ້າວ ແມ່ນ ຈາກລາຄາ 100.000-160.000ກີບ/12ໂລ ເປັນ 130.000ກີບ ເປັນ 170.000ກີບ.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *