ຈາກຜູ້ໃຊ້ເຟສບຸກຊື່Peley Anoupharb ໄດ້ໂພສວ່າ: ສະບາຍດີ ອ້າຍ ເອື້ອຍ ນ້ອງທຸກຄົນ ເຮົາໃນນາມນ້ອງສາວອ້າຍເປເລ້ ແລະ ຂໍໃຊ້ເຟສບຸກອ້າຍໃນການແຈ້ງເຖິງໝູ່ຄູ່ທຸກຄົນໄດ້ຮັບຊາບ ອ້າຍເປເລ້ ຈາກໄປໃນວັນທີ 19.7.2022 ເວລາ 7:06 ອ້າຍເປເລ້ ເຊິ່ງເປັນອ້າຍກົກ ແລະ ເປັນເສົາຫລັກໃຫ້ກັບຄອບຄົວ ແລະ ອ້າຍເປັນຄົນທີ່ນ່າຮັກໂອ້ບອ້ອມອາລີໃຫ້ກັບໝູ່ຢູ່ສະເໝີລວມຄົນໃນຄອບຄົວ ຄວາມຮູ້ສຶກຕອນນີ້ຄືອ້າຍຢູ່ໃກ້ໆ
ແຕ່ແນມຫາບໍ່ເຫັນອ້າຍ ອ້າຍບໍ່ຕ້ອງຫ່ວງຫຍັງເດີ ລັບໃຫ້ສະບາຍດີ ຢູ່ສະຫວັນຊັ້ນຟ້າເດີ ຖ້າຊາດໜ້າຈິງຂໍໃຫ້ເຮົາເກີດມາເປັນອ້າຍນ້ອງກັນອີກເດີ
ສຳລັບເອື້ອຍອ້າຍຜູ້ໃດທີ່ຢາກຮ່ວມກີນທ່ານ ຫລື ຮ່ວມເຮັດບຸນນຳອ້າຍເປເລ້ ສາມາໂອນໃສ່ບັນຊີເຮົາໄດ້ເດີ
ຂອບໃຈພໍ່ແມ່ ເອື້ອຍອ້າຍນ້ອງ ທຸກຄົນ ທີ່ບໍ່ຖີ້ມບໍ່ປະ ແລະ ຮັກເເພງກັນສະເໜີມາ ທີ່ໂອນເງີນຮ່ວມກີນທານ ແລະ ສະແດງຄວາໃເສຍໃຈນຳ