ໃນບັນຍາກາດທີ່ທົ່ວພັກ ທົ່ວລັດ ທົ່ວປວງຊົນສອງຊາດ ແລະ ທົ່ວກໍາລັງປະກອບອາວຸດລາວ – ຫວຽດນາມ ພວມຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ ( 2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022 )
ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ການພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມະຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ໂດຍປະທານໂຮຈິມິນ, ຜູ້ນຳທີ່ຍິ່ງໃຫ່ຍ, ປະທານສຸພານຸວົງ ແລະ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ເປັນຜູ້ສ້າງຕັ້ງຖະນຸຖະໜອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກແຕ່ລະຮຸ້ນຄົນສືບຕໍ່ກັນມາ ແລະ ໄດ້ກາຍເປັນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເຊິ່ງເປັນປັດໄຈທີ່ສໍາຄັນໃນການຮັບປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງສອງປະເທດ. ລາວ ແລະ ຫວຽດນາມ ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງໝົດຈິດໝົດໃຈ ແລະ ມີປະສິດທິຜົນຕະຫຼອດມາ ບໍ່ວ່າໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນກໍ່ຄືໃນພາລະກິດ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ, ບົນພື້ນຖານເສີມຂະຫຍາຍນໍ້າໃຈເອກະລາດ,ເປັນເຈົ້າຕົນເອງຮ່ວມມືແບບສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນ, ປະສານສົມທົບລັກສະນະພິເສດຂອງການພົວພັນລາວ-ຫວຽດນາມ ຢ່າງເໝາະສົມກັບປະເພນີສາກົນ, ສອງຝ່າຍຍາມໃດກໍ່ລ້ວນແຕ່ ໃຫ້ບູລິມະສິດພິເສດຕໍ່ກັບການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກໃນກາພັດທະນາສອງ ປະເທດໃຫ້ຈະເລີນກ້າວໜ້າເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ.
ເພື່ອສືບຕໍ່ຮັບປະກັນໃຫ້ແກ່ການປັບປຸງ ແລະ ພັດທະນາຄວາມສາມັກຄີດັ່ງກ່າວໃຫ້ ນັບມື້ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ ໃນທຸກຂົງເຂດວຽກງານ, ພິເສດໃນສະພາບທີ່ສອງປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ 19; ສອງຊາດລາວ-ຫວຽດນາມ ກໍ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ລວມທັງດ້ານວັດຖຸ ແລະ ຈິດໃຈຢ່າງທັນເວລາ ເຊິ່ງເປັນການສະແດງໃຫ້ເຫັນເຖິງມູນເຊື້ອແບ່ງທຸກແບ່ງສຸກ (ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍ່ບິແບ່ງປັນກັນ) ເພື່ອສືບທອດ ແລະ ຜັນຂະຫຍາຍມູນເຊື້ອອັນລໍ້າຄ່ານັ້ນການຮ່ວມມືຮອບດ້ານລະຫວ່າງ ສອງຊາດສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ເນື້ອໃນການຮ່ວມມືນັບມື້ນັບກ້າວເຂົ້າສູ່ຮູບປະທຳ, ມີຄຸນນະພາບ ແລະ ມີໝາກມີຜົນ ເປັນຕົ້ນການພົວພັນດ້ານການເມືອງ, ດ້ານເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງ ແລະ ບຳລຸງພະນັກງານລະຫວ່າງ ບັນດາກະຊວງ, ຂະແໜງການທ້ອງຖິ່ນນັບມື້ນັບໄດ້ຮັບການເປີດກ້ວາງ ແລະ ມີໝາກຜົນດີ. ໃນພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນການພົວພັນລະຫວ່າງ ສອງພັກ, ສອງລັດ ແລະ ສອງກອງທັບ ກໍ່ຍັງຖືເປັນປັດໃຈສຳຄັນໃຫ້ແກ່ຄວາມສະຫງົບທາງການເມືອງ ແລະ ການພັດທະນາເສດຖະກິດຂອງແຕ່ລະປະເທດ. ບົນພື້ນຖານຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບຄວາມສໍາຄັນການຮ່ວມສຳພັນສູ້ຮົບລະຫວ່າງສອງພັກ, ສອງລັດ ແລະ ສອງ ກອງທັບ ໃນຊຸມປີຜ່ານມາກອງທັບ ປະຊາຊົນສອງຊາດໄດ້ຕໍ່ສູ້ຄຽງບ່າຄຽງໄລ່ໃນການປັບປຸງ ແລະ ການກໍ່ສ້າງກໍາລັງປະກອບອາວຸດ, ປົກປັກຮັກສາອຳນາດອະທິປະໄຕຂອງແຕ່ລະປະເທດ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສ້າງໄດ້ຄວາມສະຫງົບທາງດ້ານການເມືອງ ມີຄວາມເປັນເອກະພາບທາງດ້ານແນວທາງ, ແຜນນະໂຍບາຍຂອງພັກ, ລັດ ແລະ ກອງທັບຂອງສອງປະເທດ ສະແດງອອກໃນການຕີລາຄາສະພາບການ, ກໍານົດໜ້າທີ່ ໃນບັນດາແຜນການ ປະສານສົມທົບໃນການປະຕິບັດ ລະຫວ່າງ ກອງທັບລາວ- ຫວຽດນາມ ບັນດາຜົນສຳເລັດທີ່ຍາດມາໄດ້ ຂອງສອງກອງທັບໃນຊຸມປີຜ່ານມາ ເປັນການປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍການພົວພັນແບບພິເສດໃຫ້ນັບມື້ນັບຂະຫຍາຍຕົວ ຂຶ້ນເລື້ອຍໆ.
ສໍາລັບການຮ່ວມມື ໂຄງການຊ່ວຍເຫຼືອລ້າໃນໄລຍະທີ່ຜ່ານມາ ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ໃຫ້ການຊ່ວຍເຫຼືອລ້າຫຼາຍໂຄງການທີ່ພົ້ນເດັ່ນ ແລະ ເປັນຮູບປະທຳເຊັ່ນ : ໂຄງການກໍ່ສ້າງຕຶກຫ້ອງຮຽນ 5 ຊັ້ນ ໃຫ້ແກ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ, ໂຄງການກໍ່ສ້າງຕຶກກອງສິລະປະກອນກອງທັບ, ການກໍ່ສ້າງສ້ອມແປງຫໍພິພິທະພັນປະຫວັດສາດກອງທັບ, ການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບໄລຍະທີ 1ແລະ 2, ການກໍ່ສ້າງໂຮງຮຽນທະຫານຊາຍແດນໄລຍະທີ 1 ແລະ 2, ການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ການກໍ່ສ້າງກອງພັນເຄື່ອນທີ່ໄວ, ການກໍ່ສ້າງກອງຮ້ອຍທະຫານຊາຍແດນ 320, ການກໍ່ສ້າງສ້ອມແປງກົມກອງຈຳນວນໜຶ່ງຢູ່ທາງພາກກາງ, ພາກໃຕ້ຂອງລາວ ແລະ ໂຄງການສ້ອມແປງພາຫະນະການທະຫານ ລວມມູນຄ່າຫຼາຍຕື້ດົ້ງ. ສັງລວມແລ້ວ, ການພົວພັນຮ່ວມມືຂອງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ແມ່ນນັບມື້ໄດ້ກ້າວເຂົ້າສູ່ລວງກ້ວາງ ແລະ ລວງເລິກ, ມີປະສິດທິພາບ ແລະ ມີໝາກຜົນຢ່າງຈົບງາມເປັນການປະກອບສ່ວນເຂົ້າໃນການພັດທະນາກອງທັບປະຊາຊົນລາວ ໃຫ້ນັບມື້ ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ
ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ຕາງໜ້າໃຫ້ ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການນໍາພັກ-ລັດ ກໍ່ຄື ການນໍາກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ ກອງທັບປະຊາຊົນລາວຕະຫຼອດໄລຍະຜ່ານມາ, ເນື່ອງໃນໂອກາດປີສາມະຄີມິດຕະພາບລາວ-ຫວຽດນາມ ປີ 2022 ນີ້, ຂໍອວຍພອນໄຊອັນປະເສີດມາຍັງການນຳຂອງສອງພັກ, ສອງລັດ ແລະ ການນຳຂອງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນສູງສົ່ງຂອງຕົນ, ອວຍພອນນໍ້າໃຈມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວກາລະນານ.
ໂດຍ: ອານຸສອນ