ກົດໝາຍວ່າດ້ວຍຊັບສິນຂອງລັດຈະ ສາມາດ ຈໍາກັດການຮົ່ວໄຫຼງົບປະມານແຫ່ງລັດ
ການຮົ່ວໄຫຼຂອງງົບປະມານຢູ່ອົງການລັດ ຫຼື ຢູ່ບໍລິສັດທີ່ລັດຖືຮຸ້ນ 100% ຍັງແກ້ໄຂບໍ່ຕົກເຖິງແມ່ນວ່າລັດຖະບານແຕ່ລະສະໄໝຈະເລັ່ງແກ້ໄຂບັນຫາດັ່ງກ່າວນີ້ແລ້ວກໍຕາມລວມທັງການສ້າງ ແລະ ປັບປຸງກົດໝາຍເພື່ອເປັນບ່ອນອີງໃນການລົງໂທດຜູ້ທໍາຜິດ ແຕ່ກໍຍັງປະກົດເຫັນການຮົ່ວໄຫຼຂອງງົບປະມານລັດຫຼາຍຕື້ກີບໃນແຕ່ລະປີ. ລັດຖະບານໄດ້ສ້າງກົດໝາຍວ່າດ້ວຍຊັບສິນຂອງລັດໂດຍໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ດັ່ງນັ້ນກົດໝາຍດັ່ງກ່າວນີ້ຈະສາມາດຈໍາກັດການຮົ່ວໄຫຼງົບປະມານແຫ່ງລັດ.
ເຖິງແມ່ນວ່າກົດໝາຍດັ່ງກ່າວຈະປະກາດນໍາໃຊ້ໄດ້ຫຼາຍປີແລ້ວກໍຕາມ ທີ່ກອງຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ກໍາລັງດໍາເນີນຢູ່ນີ້ ບັນດາສະມາຊິກສະພາແຫ່ງຊາດຍັງໄດ້ປະກອບຄໍາເຫັນໃສ່ບາງມາດຕາ ຫຼື ບາງໝວດໃນການປັບປຸງເພື່ອໃຫ້ກົດໝາຍດັ່ງກ່າວມີຄວາມຮັດກຸມກວ່າເກົ່າ ແລະ ສອດຄ່ອງກັບສະພາຄວາມເປັນຈິງໃນປັດຈຸບັນ.
ກົດໝາຍວ່າດ້ວຍຊັບສິນຂອງລັດມີໜ້າທີ່ເປັນບ່ອນອີງທາງດ້ານນິຕິກໍາ ທີ່ໜັກແໜ້ນໃນການເຄື່ອນ ໄຫວຂອງອົງການລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານຄຸ້ມຄອງຊັບສິນຂອງລັດ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ, ນິຕິບຸກຄົນ ແລະ ສາກົົນ ກ່ຽວກັບວຽກງານຄຸ້ມຄອງຊັບສິນຂອງລັດ; ຮັບປະກັນການຄຸ້ມຄອງຊັບສິນຂອງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ລວມສູນ ແລະ ເປັນເອກະພາບ ລວມທັງການຈັດຕັ້ງປະຕິບັດກົດໝາຍໃຫ້ມີຄວາມເປັນເອກະພາບ, ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຂະແໜງການທີ່ກ່ຽວຂ້ອງ;
ຮັບປະກັນການຄຸ້ມຄອງແຫຼ່ງລາຍຮັບຈາກຊັບສິນຂອງລັດ ຢ່າງຖືກຕ້ອງ ແລະ ລວມສູນ ເພື່ອຮັບປະກັນການປະຕິບັດການຄຸ້ມຄອງລາຍຮັບສອດຄ່ອງກັບກົດໝາຍ, ຈໍາກັດການຮົ່ວໄຫຼງົບປະມານແຫ່ງລັດ; ເພີ່ມທະວີບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບວຽກງານຄຸ້ມຄອງຊັບສິນຂອງລັດຂອງບັນດາຂະແໜງການໃຫ້ສູງຂຶ້ນ ແລະ ສອດຄ່ອງກັບຄວາມເປັນຈິງ; ວຽກງານຄຸ້ມຄອງຊັບສິນຂອງລັດ ມີຄວາມຈະແຈ້ງກວ່າເກົ່າ ເຮັດໃຫ້ການປະຕິບັດວຽກງານມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ສາມາດຕິດຕາມ, ກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນຂອງລັດ ຢ່າງມີປະສິດທິຜົນ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້.