ຄວາມເຊື່ອ ເປັນສິ່ງທີ່ຄົນສະໄໝກ່ອນຕັ້ງແຕ່ຮຸ່ນ ປູ່ ຍ່າ ຕາ ຍາຍ ນິຍົມເຮັດກັນຕໍ່ໆ ມາເພື່ອນສອນລູກສອນຫຼານໃຫ້ເຄົາລົບ ມີວິໄນ ເພາະຄົນສະໄໝກ່ອນເຊື່ອເລື່ອງສັກສິດທີ່ແນມບໍ່ເຫັນໄດ້ດ້ວຍຕາ ຍິ່ງຕອນກາງຄືນຈະເຄັ່ງຄັດມີຂໍ້ຫ້າມເປັນພິເສດ ຈະມີຫຍັງແດ່ນັ້ນໄປອ່ານພ້ອມໆກັນເຄາະຈານເຂົ້າເວລາອາຫານແລງ ຈະມີແຂກທີ່ແນມບໍ່ເຫັນມາຫາ: ກິນເຂົ້າຕອນແລງໆ
ຫ້າມເຄາະຈານຫຼືຖ້ວຍເຂົ້າ ເພາະຈະເປັນການເອີ້ນວິນຍານທີ່ພະເນຈອນ ບໍ່ມີບ່ອນຢູ່ ພວກນັ້ນເມື່ອໄດ້ຍິນສຽງເຮົາເຄາະຈານ ກໍ່ຈະພາກັນມາແຍ່ງເຮົາກິນອາຫານຄາວຫວານ ເຄີຍເຫັນບໍເວລາໄຫວ້ວັນສຳຄັນ ເຮົາຈະຈັດຊຸດສຳລັບພວກຜີບໍ່ມີຍາດຕິພີ່ນ້ອງ ແລະ ເຮັດພິທີເອີ້ນມາກິນ ໂດຍການເຄາະຖ້ວຍຊາມ ດັ່ງນັ້ນຜູ້ໃຫຍ່ຈື່ງຖືເປັນສິ່ງສຳຄັນ ຫ້າມລູກຫຼານເຄາະຈານຊາມເວລາກິນເຂົ້າ ດັ່ງນັ້ນ ຕັ້ງທີ່ວ່າງໆອາດຈະມີແຂກບໍ່ໄດ້ຮັບເຊີນມານັ່ງນຳ
ກາງຄືນຫ້າມກວາດເຮືອນຊານ: ເພາະເຊື່ອວ່າຈະເປັນການກວາດເງິນກວາດທອງ ຫຼື ໂຊກລາກ ບຸນບາລະມີທີ່ສະສົມມາຕັ້ງແຕ່ຕອນເຊົ້າອອກໄປໝົດ ເຊີ່ງອາດຈະເປັນໄດ້ວ່າເມື່ອກ່ອນບໍ່ມີໄຟຟ້າໃຊ້ ບ້ານເຮືອນຕອນກາງຄືນຈະມືດ ການກວາດບ້ານຕອນກາງຄືນຈື່ງບໍ່ປອດໄພ ໃກ້ເວລາຈະນອນແລ້ວ ບໍ່ຕ້ອງມາເປັນແມ່ບ້ານແມ່ເຮືອນຕອນນີ້
ຢ່າຕັ້ງຕຽງນອນໂດຍເອົາຫົວຕຽງຫັນໄປຊົນກັບຫ້ອງນ້ຳ: ເພາະຈະເຮັດໃຫ້ໂຊກລາກໜີຫາຍ ແລະ ຢ່າຕັ້ງຕຽງນອນໂດຍຫັນປາຍຕຽງກົງກັບປະຕູທາງເຂົ້າບ້ານພໍດີ ເພາະຈະເຮັດໃຫ້ຝັນຮ້າຍ ຫຼັບບໍ່ສະນິດ ຜີອາດຈະອຳ ແລະ ບາງຄົນມີຄວາມເຊື່ອວ່າຖ້ານອນຕຽງກວ້າງໆ ຄົນດຽວ ອາດມີໃຜມານອນນຳຂ້າງໆ ຈື່ງເອົາໝອນຂ້າງ ຫຼື ຕຸກຕາມາວາງໃຫ້ເຕັມຕຽງເພື່ອປ້ອງກັນສິ່ງເຫຼົ່ານີ້
ຫ້າມຕັດເລັບໃນຕອນກາງຄືນ: ວິຍານບັນພະບຸລຸດຈະຢູ່ບໍ່ເປັນສຸກເພາະສະໄໝກ່ອນການການຕັດເລັບຈະໃຊ້ມີດຈຽນໝາກ ຈື່ງຫ້າມຕັດເລັບໃນເວລາກາງຄືນ ເພາະອາດຈະເປັນອັນຕະລາຍ ແລະ ເຊື່ອວ່າອາດຈະຖືກພະລັງງານບາງຢ່າງເຮັດໃຫ້ເຮົາຕັດເລັບໄປຖືກເນື້ອໄດ້
ສຽງເອີ້ນຈາກທາງໃດ ຢ່າຕອບຮັບ: ກາງຄືນຖ້າໄດ້ຍິນສຽງເອີ້ນທັກ ຫຼື ສຽງແປກໆ ທັ້ງໆທີ່ເຮົາກໍ່ຢູ່ຄົນດຽວຫ້າມຂານຕອບຮັບເດັດຂາດ ເພາະເຊື່ອວ່າເປັນສຽງຂອງດວງວິນຍານເອົາອາດຈະມາຫຼອນມາຫຼອກ ຫຼື ເປັນການເຊີນວິນຍານເຂົ້າບ້ານ ກໍ່ເຮັດເປັນຫູບໍ່ໄດ້ຍິນ ຫຼື ແກ້ປັນຫາດ້ວຍການເປີດເພງດັງໆ
ກິ່ນທູບ ໃຜມາຈູດໄວ້: ຕອນກາງຄືນຖ້າໄດ້ກິ່ນທູບລອຍມາ ຄົນໂບຮານເຊື່ອວ່າເປັນວິນຍານຂອງຍາດຕິພີ່ນ້ອງພາຍໃນຄອບຄົວມາຫາ ແຕ່ບາງທີ່ອາດເປັນກິ່ນທຽນຫອມ ຫຼື ກຳຍານທີ່ແມ່ຈູດໄວ້ເພື່ອໃຫ້ນອນຫຼັບສະບາຍ
ກະຈົກຫຼືແວ່ນ ເປັນຫຍັງສ່ອງແລ້ວບໍ່ໄດ້ເຫັນແຕ່ໂຕເຮົາ: ສ່ອງກະຈົກຫຼືແວ່ນທ່ຽງຄືນ ແລະ ຖ້າເປັນຫວີຜົມໄປພ້ອມແລ້ວ ຢ່າຄິດເລີຍວ່າຈະເປັນຕາຢ້ານຊ້ຳໃດ ຖ້າຫາກວ່າສິ່ງທີ່ສະທ້ອນອອກມາໃນແວ່ນເປັນພາບຄົນອື່ນທີ່ບໍ່ເປັນໂຕເຮົາ
ຂື່ບ້ານ ຢ່າໄປນອນ: ໂບຮານທ່ານວ່າໄວ້ ຢ່າໄປນອນກົງຂື່ບ້ານ ເຊີ່ງຂື່ບ້ານກໍ່ຄືໄມ້ເຄື່ອງເທີ່ງທີ່ຢືດເສົາດ້ານຂວາງ ເຊີ່ງເປັນບ່ອນຮັບນ້ຳໜັກຫຼາຍ ຖ້າໃຜໄປນອນຢູ່ບໍລິເວນນີ້ຈະນອນບໍ່ເປັນສຸກ ນອນຫຼັບບໍ່ບາຍ ເພາະອາດຈະຖືກຜີສິງຕອນໃດກໍ່ໄດ້