ກົດໝາຍເຮັດແທ້..!!!ຮັບຝາກເງິນອອນລາຍທິບ ມີໂທດຕິດຄຸກ 8 ປີ ພ້ອມປັບໃໝ 50 ລ້ານ

ນ. ເມ (ນາມສົມມຸດ) ເຫັນໂຄສະນາຈາກ Facebook Page ຂອງ ”ເຈ້ກິບ” (ນາມສົມມຸດ) ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ທຳອິດ ເມ ໄດ້ລອງຝາກກໍໄດ້ຮັບຜົນຕອບແທນຕາມທີ່ໂຄສະນາແທ້. ເມື່ອເຫັນແນວນັ້ນ ເມ ຈິງເຫັນຊ່ອງທາງທຸລະກິດທີ່ໄດ້ກຳໄລງາມ ກໍເລີຍຝາກເງິນຕື່ມອີກຈຳນວນຫຼາຍ.

ເວລາຜ່ານໄປ 3 ເດືອນ ເມ ແຈ້ງຕໍ່ເຈ້ກິບ ວ່າຕ້ອງການຖອນເງິນ ແຕ່ໄດ້ຮັບການປະຕິເສດຍ້ອນວ່າຍັງບໍ່ຄົບກຳນົດຝາກ 4 ເດືອນເທື່ອ. ເມ ກໍລໍຖ້າຮອດ 4 ເດືອນ ແຕ່ເມື່ອຄົບກຳນົດຝາກ ພັດໄດ້ຮູ້ວ່າ ເຈ້ກິບບໍ່ສາມາດສົ່ງເງິນຕົ້ນພ້ອມດອກເບ້ຍໃຫ້ຕົນເອງໄດ້ແລ້ວ ແລະ ໄດ້ມີການຫຼົບຫຼີກການໃຊ້ແທນໜີ້. ເມ ຢາກປຶກສາວ່າ: ຕົນເອງມີສິດຫຍັງແດ່ພາຍໃຕ້ກົດໝາຍ?

ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ

1. ເມ ສາມາດຮ້ອງຟ້ອງ ເຈ້ກິບ ໄດ້ບໍ່?
ເລື່ອງນີ້ແມ່ນ ໄດ້ແນ່ນອນ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຫຼື ຕົວະຍົວະຫຼອກລວງ ດ້ວຍວິທີການໃດເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າກະທຳຜິດຖານສໍ້ໂກງຊັບ. ຄຳຖາມສຳຄັນກໍຄື ເຈ້ກິບ ໄດ້ຕົວະ ເມ ແນວໃດ? ສິ່ງທີ່ພິສູດວ່າ ເຈ້ກິບ ຕົວະຍົວະ ເມກໍຄື:
1. ເຈ້ກິບ ຮູ້ດີວ່າຕົນເອງບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດຮັບຝາກເງິນຢ່າງຖືກຕ້ອງຕາມກົດໝາຍ ແຕ່ກໍຍັງຕົວະຍົວະໃຫ້ຄົນອື່ນມາຝາກເງິນນຳຕົນເອງ;

2. ການທີ່ ເຈ້ກິບ ສະເໜີດອກເບ້ຍສູງເກີນຈິງ ໂດຍທີ່ຮູ້ຢູ່ແກ່ໃຈວ່າ ມີຄວາມເປັນໄປໄດ້ຍາກທີ່ສຸດທີ່ທຸລະກິດໃດໜຶ່ງຈະສາມາດເຮັດກຳໄລໄດ້ຫຼາຍກວ່າ 360% ຕໍ່ປີ.
3. ໃຊ້ກົນອຸບາຍໂຄສະນາຊວນເຊື່ອເຊັ້ນ: “ຮັບປະກັນໄດ້ດອກເບ້ຍແນ່ນອນ”, “ຝາກຖອນເມື່ອໃດກໍໄດ້”, “ບໍ່ມີການຕົ້ມແນ່ນອນ” ແລະ ອື່ນໆ. ຄຳເວົ້າໂຄສະນາຊວນເຊື່ອເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງເຈດຕະນາການຕົວະເຍວະ.

4. ເຈດຕະນາຫຼົບຫຼີກການໃຊ້ໜີ້ໂດຍວາງແຜນໄວ້ກ່ອນ.
ດັ່ງນັ້ນຖ້າ ເຈ້ກິບ ຖືກພິສູດແລ້ວວ່າ ຜິດ ເຈ້ກິບ ອາດຖືກສານຕັດສິນລົງໂທດໃນອັດຕາສູງສຸດຂອງການວາງໂທດ ເນື່ອງຈາກວ່າ ເຈ້ກິບ ໄດ້ຮັບຝາກເງິນຈາກລູກຄ້າຫຼາຍຄົນ ແລະ ເຮັດເປັນຫລາຍຄັ້ງ-ຫລາຍເວລາ ເພາະສະນັ້ນ ເຈ້ກິບ ອາດຖືກລົງໂທດແຕ່ 3 ປີ ຫາ 8 ປີ ຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ນອກຈາກຂ້າງເທີງແລ້ວ ເຈ້ກິບ ອາດມີຄວາມຜິດຖານ ດຳເນີນທຸລະກິດບໍ່ຖືກຕ້ອງອີກ ອີງຕາມມາດຕາ 297 ຂອງປະມວນກົດໝາຍອາຍາ 2017. ຖ້າມີຄວາມຜິດຈິງກໍຈະມີໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 1 ປີ ພ້ອມທັງປັບໃໝ ແຕ່ 5 ລ້ານກີບ ຫາ 10 ລ້ານກີບ.

ດັ່ງນັ້ນ ພວກເຮົາຢາກເຕືອນທຸກຄົນວ່າ ທຸກການລົງທືນມີຄວາມສ່ຽງຄວນສຶກສາໃຫ້ດີ ໃຫ້ທີ່ຖ້ວນກ່ອນຄິດຈະລົງທືນ. ຢ່າໃຫ້ຄວາມໂລບບັງຕາຈົນເຮັດໃຫ້ເຫັນກົງຈັກເປັນດອກບົວ.

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *