ປາດຕິໂທ້..!!ແປ້ງນົວປອມກຳລັງລະບາດ ກວດ 22 ຮ້ານພົບຢູ່ 7 ຮ້ານ

ແປ້ງນົວປອມກຳລັງລະບາດ ກວດ 22 ຮ້ານພົບຢູ່ 7 ຮ້ານ

ແປ້ງນົວເປັນສ່ວນປະກອບອາຫານທີ່ຄົນລາວເກືອບວ່າສ່ວນໃຫຍ່ ນິຍົມກັນກິນບໍຂາດໃນແຕ່ລະວັນ ແຕ່ກໍ່ເປັນເລື່ອງໜ້າຄິດທີ່ຕະຫຼອດໄລຍະຜ່ານມາມັກມີຂອງປອມແອບແຝງຢູ່ ຫຼ້າສຸດນີ້ພົບຢູ່ແຂວງຜົ້ງສາລີ 7 ຮ້ານຈາກທັງໝົດ 22 ຮ້ານທີ່ໄດ້ລົງກວດຕົວຈີງ.

ເພື່ອເປັນການຕິດຕາມກວດກາສິນຄ້າປອມແປງ, ສິນຄ້າລອກຮຽນແບບ ແລະ ເປັນການປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ຮັບສິນຄ້າທີ່ມີຄຸນນະພາບ ແລະ ຍຸດຕິທຳນັ້ນ

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີໄດ້ຈັດໃຫ້ມີກອງປະຊຸມປຶກສາຫາລືກ່ຽວກັບການລົງກວດກາແປ້ງນົວປອມ ກາຈອງ ຣາຊາຊູຣົດ ໂດຍການເປັນປະທານ ຂອງທ່ານ ອຸດອນ ມະນີຈັນ ຮອງຫົວໜ້າພະະແນກອຸດສາຫະກຳ ແລະ ການຄ້າ,

ມີທ່ານ ອຳນວຍການບໍລິສັດ ພູວຽງ ທີ່ປຶກສາການຄ້າ ແລະ ການລົງທຶນ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈຸດປະສົງແມ່ນ ເພື່ອຮ່ວມກັນລົງກວດກາສິນຄ້າປອມແປງ ເປັນຕົ້ນແມ່ນ ແປ້ງນົວກາຈອງ ຣາຊາຊູຣົດ.

ຈາກນັ້ນ ທີມງານໄດ້ລົງເຄື່ອນໄຫວກວດກາ ແປ້ງນົວປອມ ກາຈອງ ຢູ່ ສອງເມືອງຄື: ຕະຫຼາດເທດສະບານເມືອງຜົ້ງສາລີ ແລະ ຕະຫຼາດ ເມືອງບຸນເໜືອ ຜົນການກວດກາ ໃນ 22 ຮ້ານ,

ກວດກາພົບເຫັນມີແປ້ງນົວປອມ 07 ຮ້ານ ມີ 210 ຖົງ ລວມເປັນມູນຄ່າ 1.868.000 ກີບ (ສິນຄ້າທີ່ຍຶດໄດ້ມາຈະຈັດພິທີທຳລາຍໃນເວລາອັນຄວນ).

ການເລືອກຊື້ສິນຄ້າ ຂໍໃຫ້ທຸກທ່ານກວດກາສິນຄ້າລະອຽດ ຫຼີກລ້ຽງສິນຄ້າປອມແປງ ແລະ ຄວນກວດກາ ວັນເດືອນປີຜະລິດ ແລະ ວັນໝົດອາຍຸ ກ່ອນຊື້ຈະດີທີ່ສຸດ.

 

ads

Related Posts

ຂ່າວເສົ້າ ມື້ດຽວ ເຮືອຊ່ວງລົ້ມ 2 ລຳ ສູນຫາຍ 1 ຄົນ ແລະ ພົບສົບແລ້ວ1ຄົນ (ມີຄລິບ)

ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ. ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ…

ຄວາມຈິງປະກົດ..!!!ເມົາແລ້ວຂັບເກີດອຸບັດຕິເຫດ ຢ້ານເມຍຮ້າຍເລີຍຕົວະວ່າຖືກໂຈນປົ້ນ

ຈາກກໍລະຜູ້ໃຊ້ເຟສບຸກ “ສາຍບົວ ແລ້ງນໍ້າ” ໂພສລາຍງານວ່າ: ເວລາປະມານ 23:30 ຂອງວັນທີ 6 ຕຸລາ 2022 ນີ້ ເກີດ ໂຈນໄດ້ເອົາຄ້ອນໄມ້ ຝາດໃສ່ໜ້າລົດໃຫຍ່ຢູ່ທາງເຂົ້າບ້ານາຍາງ ເມືອງນາຊາຍທອງ ເຮັດໃຫ້ຜູ້ກ່ຽວກະຕົກໃຈເເລ້ວເສຍຫລັກລົງຄອງນ້ຳ ຈາກນັ້ນໂຈນໄດ້ເອົາໄຟຟ້າຊັອດ ແລ້ວເອົາຊັບສິນໄປຈົນໝົດ.. ຕໍ່ກັບເຫດການດັ່ງກ່າວ, ວັນທີ 7 ຕຸລາ 2022, ເຈົ້າໜ້າທີ່ ປກສ ກຸ່ມນໍ້າກ້ຽງ ເມືອງນາຊາຍທອງ…

ດ່ວນ!!! ກົມໃຫຍ່ຕຳຫຼວດ ແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບຄະດີການລັກພາຕົວ ແລະ ຄາດຕະກຳ ນາງ ວິພາພອນ

ດ່ວນ! ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:   1. ພົຈວ ແກ່ນຈັນ ພົມມະຈັກ…

ຂ່າວດີ..!!!ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ

ຂ່າວດີ ! ປັບລົງລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ສ່ວນລາຄານໍ້າມັນກາຊວນປັບຂຶ້ນ   ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 07/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1377/ອຄ ລົງວັນທີ 06 ຕລ 2022    

ອຸຕຸແຈ້ງເຕືອນ…!!!ອາທິດນີ້ ຍັງມີຝົນຕົກລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຝົນຍັງສືບຕໍ່ຕົກຢູ່ ອາທິດນີ້ອຸຕຸຸຄາດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 3 ຫາ 9 ຕຸລາ 2022 ວ່າ: ໄລຍະວັນທີ 3 ຫາ 9 ຕຸລານີ້…

ໂອກາດດີມາຮອດແລ້ວ..!!! ຕ້ອງການພະນັກງານແພ໋ກເຄື່ອງ ,ຈັດລຽງສິນຄ້າ ຈັດຈຳນວນຫຼາຍ ເງິນເດືອນ 14.000.000 ກີບ

ຂ່າວດີ ສໍາລັບພີ່ນ້ອງຊາວລາວ! ບໍລິສັດສອນພະສັກບໍລິການຈັດຫາງານຈໍາກັດຂອງພວກເຮົາເປີດຮັບສະໝັກໃຫ້ຜູ້ສົນໃຈໄປເຮັດວຽກຢູ່ຍີ່ປຸ່ນແບບຖືກກົດໝາຍ ແລະ ລາຍໄດ້ສູງ. ມີຈໍານວນຈໍາກັດສະໝັກດ່ວນ ‼️ປິດຮັບສະໝັກຟອມ ວັນທີ 10/10/2022 ດາວໂຫລດຟອມອອນລາຍ: https://drive.google.com/…/142MJJcLO0iwo…/view… ແຜນທີ່ບໍລິສັດ: https://goo.gl/maps/FnMjALH3DGY2T1yF8 ໂທສອບຖາມຂໍ້ມູນ ຫຼຶ ວັດແອັບ: 02098079588 ທີ່ມາ: ບໍລິສັດ ສອນພະສັກ ບໍລິການຈັດຫາງານຈຳກັດ

Leave a Reply

Your email address will not be published. Required fields are marked *