#ໃຫ້ໂອກາດຄັ້ງທີ2 ຮ້ານແລກປ່ຽນເງິນຕາບໍ່ຖືກຕ້ອງ
ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕຳຫຼວດ ເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ ຮຽກຕົວທ້າວ ເດຊາ ອາຍຸ 29 ປີ,ນັກທຸລະກິດ ບ້ານ ສີສັງວອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ ເຄື່ອນໄຫວຊ້ຳໂຄສະນາແລກປ່ຽນເງິນຕາ
(ຄຮິບ)
ບໍ່ຖືກຕ້ອງ ຜ່ານສື່ສັງຄົມອອນລາຍ
ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມ
ຕຳຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກ
ສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫແລກປ່ຽນເງິນຕາບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາວັນທີ 13 ມິຖຸນາ 2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວ,ໄດ້ສືບຕໍ່ມີການເຄື່ອນໄຫວ
ໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມ
ອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທໍາຂອງຜູ້ກ່ຽວ
ແມ່ນເປັນການກະທຳຜິດຊ້ຳ,ບໍ່ເຂັດຫຼາບ ສະນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມ
ມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດ
ໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017
ໃນການນຳຮຽກຕົວມາໃນຄັ້ງນີ້,ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບ
ຖະບຽນວິສະຫະກິດ ແລະ ໃບອະນຸຍາດ ດຳເນີນທຸລະກິດແລກ
ປ່ຽນເງີນຕາ ແລະ ບໍ່ໄດ້ມອບພັນທະອາກອນໃຫ້ລັດ,
ສະນັ້ນເຈົ້າໜ້າທີ່ສຶກສາອົບຮົມກ່າວເຕືອນທັງໃຫ້ດຳເນີນ
ທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ ແລະ ເຮັດບົດບັນທຶກ
ແລ້ວປ່ອຍຕົວຜູ້ກ່ຽວ
ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີ ສຳຮອງມີລາຍລະອຽດ
ດັ່ງລຸ່ມນີ້:ເງິນໂດລາໂອນເຂົ້າຈຳນວນ: 334.661 ໂດລາ
( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈຳນວນ: 226.332 ໂດລາ( ຈຳນວນ 63 ຄັ້ງ )ເງິນບາດ ໂອນເຂົ້າຈຳນວນ: 12.599.136 ບາດ ( ຈໍານວນ 223 ຄັ້ງ )ເງິນບາດ ໂອນອອກຈຳນວນ
11.885.610 ບາດ ( ຈຳນວນ 93 ຄັ້ງ)ເງິນກີບ
ໂອນເຂົ້າຈຳນວນ: 14.452.782.000ກີບ(ຈຳນວນ1.117ຄັ້ງ)
ເງິນກີບໂອນອອກຈຳນວນ: 14.665.630.196 ກີບ ( ຈຳນວນ 1.631 ຄັ້ງ )
ປັດຈຸບັນ,ເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນ-ສອບ ສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມ
ພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກ ຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນຂ່າວ ປກສ