ຊາວພຸດ ຄວນຮູ້! ປະຫວັດຄວາມເປັນມາ ຂອງບຸນຫໍ່ເຂົ້າປະດັບດິນ

ໃນວັນແຮມ 14 ຄໍ່າ ເດືອນ 9 ປະຊາຊົນລາວໃນທົ່ວປະເທດ,ໄດ້ພາກັນເຮັດບຸນຫໍ່ເຂົ້າປະດັບດິນ ຕາມຮີດຄອງປະເພນີ,ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະນະທຳປະຈຳຊາດ, ເຊິ່ງມີບັນຍັດໄວ້ໃນຮີດ 12 ຄອງ14 ວ່າ,ເດືອນ 9 ດັບເອົາບຸນຫໍ່ປະດັບດິນ. ກ່ຽວກັບຮີດຄອງປະເພນີ ການທຳບຸນຫໍ່ເຂົ້າປະດັບດິນຂອງຄົນໂບຮານ,ທີ່ໄດ້ປະຕິບັດກັນມາຈົນເຖິງປັດຈຸບັນນີ້,ກ່ອນມີການທຳບຸນ ປະຊາຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ,ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານອື່ນໆໄວ້ພ້ອມ,ເຂົ້າຕົ້ມເຂົ້າໜົມເຫລົ່ານັ້ນຈະແບ່ງອອກເປັນສີ່ສ່ວນຄືສ່ວນໜື່ງແບ່ງໄວ້ຮັບປະທານພາຍໃນຄອບຄົວ,ອີກສ່ວນທີ່ສອງແບ່ງໃຫ້ຍາດພີນ້ອງ ແລະ

ມິດສະຫາຍຮັບປະທານ ສ່ວນທີ່ສາມແບ່ງໄວ້ທຳບຸນຕັກບາດ ຖວາຍໃຫ້ແກ່ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້ເປຕະຊົນ ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມແລະວັດຖຸທານຕ່າງໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ,ແລ້ວກໍເອົາໄປວາງໄວ້ຕາມລະບຽງສີມ ທາດເຈດີ ຕາມຫຍ້າ,ຕັ້ງແຕ່ເຊົ້າມືດປະມານ 3-5 ໂມງເຊົ້າຂອງມື້ເດືອນ 9 ດັບ,ເພື່ອໃຫ້ເປຕະຊົນມາຮັບເອົາຕາມຄວາມເຊື່ອຖືຂອງຄົນໂບຮານ-ກ່ອນນັບຖືພຣະພຸດທະສາສະໜາ, ຫໍ່ສິ່ງຂອງເຫຼົ່ານັ້ນເມື່ອຖືກຝົນ ແດດລົມ ນົກກາ ໝູໝາ ເປັດໄກ່ ໄດ້ພາກັນຈິກຕອດ ກໍຈະຕົກເຮັ່ຍສະຊາຍຕາມດິນ ຕາມຫຍ້າ ຄົນກໍເລີຍພາກັນຮຽກວ່າຫໍ່ເຂົ້າປະດັບດິນ.ປະເພນີອັນນີ້ສືບເນື່ອງຈາກຮີດຜີຄອງພາມ,ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍອາຍຸໄດ້16ປີກໍມາຕາຍ,ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫລັບເພາະຄິດຮອດລູກ ຫລັງຈາກຕາຍແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປຸກເຮືອນໃຫ້ຫລັງໜື່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບ,ແລ້ວແຕ່ງຄົນໃຊ້ໄປສົ່ງເຂົ້າທຸກວັນໆ

ຢູ່ມາວັນໜື່ງຝົນຕົກແຮງນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນພິກຂຸໄປບິນທະບາດ ຈື່ງຕັດສິນໃຈເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນພາມຜູ້ເປັນພໍ່ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປຫາກໍ່ໄດ້ກິນເຂົ້າແຕ່ວັນວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫລາດໃຈໃນຄວາມຝັນນັ້ນ ຈືງຮຽກຄົນໃຊ້ນັ້ນມາຖາມວ່າ ກູໃຫ້ມຶງໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ມືງໄດ້ໄປທຸກມື້ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວັນວານນີ້ບໍ່ໄດ້ໄປ ເພາະຝົນຕົກແຮງນໍ້າຫລາຍຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈຶ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸແລ້ວອຸທິດສ່ວນບຸນກຸສົນໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄຳຕອບກໍນຶກປະຫລາດໃຈ ຈື່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທຸນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງຜູ້ມີສັດທາຢາກຈະອະນຸເຄາະແກ່ເປຕະຊົນທີ່ລວງລັບໄປແລ້ວນັ້ນ ໃ

ຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປຍ່ອມໄດ້ຮັບຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ ລູກຂອງທ່ານຈືງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາເຫລື້ອມໃສສະແດງຕົນເປັນພຸດທະມາມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ. ໃນເລື່ອງນີ້ຊີ້ໃຫ້ເຫັນວ່າກ່ອນພຣະພຸດທະເຈົ້າຕັດສະຮູ້ນັ້ນ ລູກຫລານຄິດຮອດພໍ່,ແມ່ປູ່ຍາຕາທວດທີ່ຕາຍໄປແລ້ວກໍຈະພາກັນເອົາເຂົ້າປາອາຫານຫວານຄາວຫຼືສິ່ງຂອງທີ່ເພີ່ນມີພ້ອມວາງໄວ້ຕາມຂຸມຝັງສົບທີ່ປ່າຊ້າຫຼືສະຖານທີ່ອື່ນໆຕາມຄວາມເໝາະສົມ ເພື່ອໃຫ້ວິນຍານຂອງທ່ານມາຮັບເອົາ ປະເພນີອັນນີ້ກໍຍັງໄດ້ສືບທອດກັນມາຈົນເຖິງທຸກວັນນີ້ແລະມີອີກເລື່ອງໜື່ງມີກ່າວໄວ້ໃນທຳມະບົດວ່າໃນອາດິດຕະການນັບຢ້ອນຫຼັງໄປຈາກພຣະພຸດທະເຈົ້າຂອງເຮົາອຸບັດເກີດຂື້ນໃນໂລກປະມານ ­92 ກັບ ຍາດຂອງພຣະເຈົ້າພິມພິສານລັກກິນຂອງທີ່ຈະຖວາຍແກ່ພຣະສົງຢູ່ໃນໂຮງທານພ້ອມທັງເງິນຢູ່ໃນພຣະຄັງຫລວງເຊັ່ນ ຍັກຍອກເງິນໂຮງທານແລະບັນຊີເງິນຢູ່ໃນຄັງຫລວງ

ຕາຍຈາກຊາດນັ້ນແລ້ວໄປເກີດເປັນເພດຜີເປືອຍອືດຢາກຫອດຫິວອາຫານຮ່າງກາຍຈ່ອຍຜອມໂຕດຳຄືຖ່ານ ປາກແຫຼມຄືເຂັມ ກິນ-ດື່ມລຳບາກ ຍ້ອນຜົນກຳຕາມສະໜອງທົນທຸກທໍລະມານເປັນເວລາຍາວນານ ຄືຕັ້ງແຕ່ສາສະໜາຂອງພຣະເຈົ້າກັດສະປະ ລ່ວງມາຈົນເຖິງສາສະໜາຂອງພຣະໂຄດົມສຳມາສຳພຸດທະເຈົ້າ ພຣະເຈົ້າພິມພິສານເຊິ່ງເປັນຍາດຂອງເຜດເຫຼົ່ານັ້ນ ພຣະອົງກໍບໍ່ຮູ້ວ່າຍາດຂອງເພີ່ນຕາຍໄປເປັນເຜດ ຕາມປົກກະຕິແລ້ວ ພຣະເຈົ້າພິມພິສານໄດ້ອຸປະຖໍາຄໍ້າຊູພຣະພຸດທະສາສະໜາແລະໄດ້ທຳບຸນໃຫ້ທານແກ່ພຣະສົງສາວົກທຸກວັນ ແຕ່ບໍ່ໄດ້ຍາດນໍ້າອຸທິດສ່ວນບຸນໄປໃຫ້ເປຕະຊົນ ຢູ່ມາຄືນມື້ໜື່ງເຜດເຫຼົ່ານັ້ນທົນລໍຄອຍຮັບຜົນທານຈາກພຣະເຈົ້າພິມພິສານບໍ່ໄຫວ ຈື່ງໄດ້ພາກັນໄປສະແດງປະຕິກິຣິຍາຢູ່ໄຕ້ຜາສາດທີ່ບັນທົມ ຄືພາກັນຮ້ອງໃຫ້ສົ່ງສຽງເຍັນເປັນຕາຢ້ານກົວ

ຈົນຂົນຫົວລຸກ ໜັງຫົວຟອງປະກົດແກ່ພຣະເຈົ້າພິມພິສານ ພຣະອົງຕື່ນຈາກບັນທົມສົງໄສວ່າແມ່ນເຫດອັນໃດ ຈື່ງໄດ້ນຳເອົາເຫດການອັນນັ້ນໄປກາບທູນພຣະພຸດທະເຈົ້າ ຈື່ງໄດ້ຮູ້ທີ່ໄປທີ່ມາຄືດັ່ງກ່າວມາຂ້າງເທິງ ການທຳບຸນຫໍ່ເຂົ້າປະດັບດິນ ກໍເປັນສ່ວນໜື່ງໃນການສົ່ງເສີມພຣະພຸດທະສາສະໜາໃຫ້ຈະເລີນ ເພາະສະນັ້ນ ພວກເຮົາຄວນອະນຸຣັກຮັກສາຮີດຄອງປະເພນີແລະວັດທະນະທຳອັນດີງາມນີ້ເອົາໄວ້ໃຫ້ອະນຸຊົນຄົນຮຸ້ນຫລັງໄດ້ສືບທອດຕໍ່ໄປ.
(ຄັດຈາກບົດເທສນາຂອງພຣະອານຈານໃຫຍ່) ເນື້ອໃນອາດຈະບໍ່ຄົບຖ້ວນແຕ່ກໍຫວັງວ່າພໍຈະເຂົ້າໃຈໄດ້ ສຳລັບທ່ານທີ່ສົນໃຈ ຂໍອະໄພນຳນັກປາດອາຈານ (ພຣະເຈົ້າພຣະສົງ ຄູບາ ອ້າຍຈົວ ຂະນ້ອຍ) ຂະນ້ອຍບໍ່ໄດ້ຮຽນບາລີ ພຽງແຕ່ເປັນຊຽງຊື່
ກ່າຍມາຈາກເວບໃບລານ
Cr : ຄັດຈາກເວັບໄຊ້ວີກີພີເດຍ

View Comments

Leave a Reply

Your email address will not be published. Required fields are marked *

ກະລຸນາຫ້າມຄັດລອກບົດຄວາມກ່ອນໄດ້ຮັບອະນຸຍາດ