-ຜັກກາດນາ: ມີປະໂຫຍດຊ່ວຍເພີ່ມຄວາມສູງໄດ້ ເພາະໃນໃບຜັກກາດນາມີແຄວຊຽມສູງ ຊ່ວຍເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ ປ້ອງກັນການເກີດພະຍາດກະດູກຜ່ອຍ ແລະ ຍັງຊ່ວຍເພີ່ມປະລິມານສາຣະອິເລັກໂທຣໄລຕ໌ໃນຮ່າງກາຍເຮັດໃຫ້ລະບົບການທໍາງານທີ່ກ່ຽວຂ້ອງກັບແຄວຊjຽມ ແລະ ເຫຼັກທໍາງານໄດ້ຢ່າງມີປະສິດທິພາບເຊັ່ນ: ການທໍາງານຂອງລະບົບຮໍໂມນ, ກ້າມຊີ້ນ ແລະ ລະບົບກະດູກ ດັ່ງນັ້ນ ຜັກກາດນາຈຶ່ງຊ່ວຍເພີ່ມຄວາມສູງ ແລະເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະ ແຂ້ວໄດ້.
-ຜັກບົ້ງ: ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສໍາຄັນຕ່າງໆ ໂດຍສະເພາະແຄວຊ່ຽມ ແລະ ຟົດສະຟໍຣິກ ທີ່ເປັນແຮ່ທາດສໍາຄັນຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ ແລະ ຈໍາເປັນຕໍ່ລະບົບການສ້າງພະລັງງານໃນຮ່າງກາຍ ນອກຈາກຈະບໍາລຸງສາຍຕາ ຍັງເປັນຜັກຊ່ວຍເພີ່ມຄວາມສູງ.
-ຍອດດອກແຄ: ມີໂປຣຕີນເຖິງຮ້ອຍລະ 36% ທັງຍັງໃຫ້ທາດເຫຼັກ, ວິຕາມິນຊີ ແລະ ແຄວຊ່ຽມທີ່ສູງຊ່ວຍບໍາລຸງ ແລະ ເສີມສ້າງກະດູກ ແລະ ແຂ້ວ ນອກຈາກນີ້ວິຕາມິນຊີໃນຍອດດອກແຄຍັງຊ່ວຍຕໍ່ຕ້ານ ແລະ ຢັບຢັ້ງການເກີດພະຍາດມະເຮັງ ເພາະມີສານຢັບຢັ້ງການກໍ່ກາຍພັນ ຫຼຸດຄວາມສ່ຽງການເກີດມະເຮັງໄດ້.
-ຜັກອີ່ເລີດ: ຊ່ວຍເສີມສ້າງກະດູກ ແລະ ແຂ້ວ ແລະ ຊ່ວຍປ້ອງກັນພະຍາດກະດູກພ່ອຍໄດ້ ( ຂໍ້ມູນຈາກສໍານັກໂຄສະນາການອະນາໄມ)
-ໃບໝາກຍໍ: ມີປະລິມານແຮ່ທາດ ແຄວຊ່ຽມສູງເຖິງ 469 ມິນລິກຼາມ ສາມາດປ້ອງກັນພາວະກະດູກຜ່ອຍໄດ້ ໃບໝາກຍໍຈຶ່ງເປັນຜັກຊ່ວຍເພີ່ມ-ຄວາມສູງ.
ຂໍ້ມູນຈາກ: ສະຖານັບການແພດໄທ