ໃນກອງຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ທີ່ໄຂຂຶ້ນໃນວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດ, ທ່ານນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ສະເໜີມາດຖານເງື່ອນໄຂ ແລະເປົ້າໝາຍຜູ້ຈະຖືກເລືອກຕັ້ງໃຫ້ເປັນປະທານປະເທດ.
ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄໍາເຫັນ ແລະລົງຄະແນນສຽງ ເປັນເອກະສັນກັນເລືອກເອົາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຂຶ້ນເປັນປະທານປະເທດ ແຫ່ງ ສປປ ລາວ ຄົນໃໝ່.
# ອ່ານຊີວະປະຫວັດຂອງ ສະຫາຍທອງລຸນສີສຸລິດ ປະທານປະເທດ ຄົນປັດຈຸບັນ
ຊື່ ແລະ ນາມສະກຸນ: ທອງລຸນ ສີສຸລິດ, ວັນເດືອນປີເກີດ: 10 ພະຈິກ 1945., ສະຖານທີ່ເກີດ: ແຂວງຫົວພັນ, ສປປ ລາວ., ສະຖານະພາບ: ສົມລົດກັບ ທ່ານ ນາງ ນາລີ ສີສຸລິດ, ມີບຸດ 3 ຄົນ., ສາສະໜາພຸດ: ພຸດ., ຕຳແໜ່ງປັດຈຸບນັນ: ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ການສຶກສາ:
1962 – 1969 – ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ.
1973 – 1978 – ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ.
1981 – 1984 – ປະລິນຍາເອກ ວິຊາ ປະຫວັດສາດການພົວພັນສາກົນ, ສະຖາບັນວິທະຍາສາດສັງຄົມ, ມົດສ໌ກູ, ອະດີດສະຫະພາບໂຊວຽດ.
ປະສົບການ:
1967 -1969 – ພະນັກງານອາວຸໂສ, ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ.
PROMOTED CONTENT
Mgid
Mgid
ຊາຍຄົນນີ້ເປີດຄວາມລັບຂອງການຖືກລາງວັນ 2.5 ລ້ານໂດລາ!
Money Amulet
Realistic Game For Men
RAID: Shadow Legends
Realistic Game That Exploded The Internet!
RAID: Shadow Legends
A Realistic Game That Is Blowing Up The Internet!
RAID: Shadow Legends
1969 – 1973 – ພະນັກງານອາວຸໂສ, ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ.
1978 – 1979 – ອາຈານສອນທີ່ມະຫາວິທະຍາໄລວຽງຈັນ.
1979 – 1981 – ເລຂາລັດຖະມົນຕີວ່າການ ກະຊວງສຶກສາທິການ, ຫົວໜ້າພະແນກ ຮ່ວມມືສາກົນ, ກະຊວງສຶກສາທິການ.
1985 – 1986 – ຫົວໜ້າກົມຄົ້ນຄວ້າ, ສຳນັກງານ ນາຍົກລັດຖະມົນຕີ.
1987 – 1992 – ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
1993 – 1996 – ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
1997 – 2001 – ສະມາຊິກຄະນະປະຈຳ ສະພາແຫ່ງຊາດ, ປະທານຄະນະ ກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ.
2001 – 2006 – ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ ແລະ ການລົງທຶນ.
– ປະທານຄະນະກຳມະການຄຸ້ມຄອງການລົງທຶນ.
– ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ.
– ສະມາຊິກສະພາແຫ່ງຊາດ.
2006 – 2016 ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ.
2016 – 2021 ນາຍົກລັດຖະມົນຕີແຫ່ງ ສປປ.ລາວ
2021-ປັດຈຸບັນ: ເປັນປະທານປະທດຄົນປັດຈຸບັນ
ອົງການຈັດຕັ້ງທາງສັງຄົມ:
1993 – 2001 – ປະທານກຳມະການແຫ່ງຊາດ ຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.
1996 – 2001 – ສະມາຊິກສະພາສາກົນຂອງອົງການ SOS Kinderdorf International.
2001 – ປະທານກິດຕິມະສັກຂອງໂຄງການບ້ານຊ່ວຍເຫລືອເດັກ SOS ລາວ.
ພາສາຕ່າງປະເທດ:
1. ພາສາລັດເຊຍ.
2. ພາສາຫວຽດນາມ.
3. ພາສາອັງກິດ.