ໃນວັນທີ 10 ມີນາ 2021 ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໄດ້ອອກບົດລາຍງານຜົນກວດພົບເຊື້ອພະຍາດໂຄວິດ-19 ທີ່ສູນກັກກັນຫຼັກ 4 ແຂວງສະຫວັນນະເຂດ ໂດຍໄດ້ລາຍງານວ່າ: ໃນເວລາ 18:30 ໂມງ ຂອງວັນທີ 9 ມີນາ 2021 ຫ້ອງວິເຄາະໂຮງໝໍແຂວງໄດ້ລາຍງານການກວດຕົວຢ່າງຊອກເຊື້ອໂຄ
ວິດ-19 ຂອງແຮງງານທີ່ກັບມາຈາກປະເທດໄທມີທັງໝົດ ຈໍານວນ 171 ຕົວຢ່າງ, ໃນນີ້ໄດ້ກວດພົບເຊື້ອມີຜົນບວກ (+) ຈຳນວນ 1 ຄົນ ໂດຍມີຂໍ້ມູນດັ່ງນີ້: ຊື່ ທ, ໄໝ ອາຍຸ 41 ປີ ສັນຊາດລາວ, ອາຊີບຄ້າຂາຍຜັກຕະລາດສົດ ຢູ່ຈັງຫວັດປະທຸມທານີ ປະເທດໄທ.
ປະຫວັດການເດີນທາງ: ຜູ້ກ່ຽວໄດ້ເດີນທາງເຂົ້າມາ ແຂວງສະຫວັນນະເຂຕ ໂດຍຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ II ໃນວັນທີ 4 ມີນາ 2021 ໄດ້ຖືກຈັດສົ່ງໄປສູນກັກກັນຫຼັກ 4 ດ້ວຍລົດຂອງສູນ. ໃນມື້ເດີນທາງເຂົ້າມາຜູ້ກ່ຽວບໍ່ມີອາການໄຂ້ ແລະ ບໍ່ມີອາການສະແດງທີ່ສົງໃສກ່ຽວກັບພະຍາດໂຄວິດ-19, ໄດ້ເກັບຕົວຢ່າງໃນວັນທີ 7 ມີນາ, ໄດ້ກວດເຊື້ອຢູ່ຫ້ອງວິເຄາະໃນວັນທີ 9 ມີນາ ແລະ ຮູ້ຜົນກວດໃນເວລາ 10:30 ໂມງ.
ຕໍ່ສະພາບການດັ່ງກ່າວ ທາງພະແນກສາທາລະນະສຸກແຂວງໄດ້ເອົາຕົວຜູ້ກ່ຽວກັກກັນໄວ້ທີ່ຫ້ອງປິ່ນປົວຢູ່ໂຮງ
ໝໍແຂວງ, ທີມງານສອບສວນພະບາດໄດ້ລົງເອົາຂໍ້ມູນ ລະອຽດຂອງຜູ້ພົບເຊື້ອ ແລະ ກຸ່ມຜູ້ສໍາພັດໃກ້ຊິດ ຊຶ່ງລວມມີແຮງງງານໃນສູນ, ພະນັກງານເຈົ້າໜ້າທີ່ໃນສູນ, ຜູ້ຂາຍເຄື່ອງ ແລະ ເຈົ້າໜ້າທີ່ທຸກພາກສ່ວນໃນຕ່ານ ຈົ່ງເບື້ອງຕົ້ນລວມມີ 36 ຄົນ. ໃນນັ້ນ, ມີເຈົ້າໜ້າທີ່ພະນັກງານ ແລະ ແຮງງານໃນສູນ ທັງໝົດ 36 ຄົນ, ພວກກ່ຽວທັງໝົດແມ່ນໄດ້ຖືກເກັບ ແລະ ກວດຕົວຢ່າງຊອກເຊື້ອໃນວັນທີ 10 ມີນາ 2021 (ຊຶ່ງຈະຮູ້ຜົນໃນເວລາ 10 ໂມງ). ພ້ອມນີ້ໄດ້ເຂັ້ມ່ງວດປະຕິບັດມາດຕະການປ້ອງກັນການສົ່ງເຊື້ອພາຍໃນສູນກັກກັນ, ການຢູ່ຫ່າງກັນ, ການຕິດຕາມອາການປະຈໍາວັນຂອງແຕ່ລະຄົນ, ມາດຕະການຂ້າເຊື້ອໃນສູນ, ຫ້ອງພັກ, ຫ້ອງນ້ຳ ແລະ ອື່ນໆ, ບໍ່ອະນຸຍາດໃຫ້ຂາຍເຄື່ອງອຸປະໂພກ-ບໍລິໂພກໃນສູນ ແລະ ໄດ້ແນະນຳແພດໃຫ້ຄວາມຮູ້ແກ່ຜູ້ກັກກັນກ່ຽວກັບການປ້ອງກັນຕ່າງໆ.
ສ່ວນຜູ້ຕິດເຊື້ອ ໃນປັດຈຸບັນຜູ້ກ່ຽວບໍ່ມີອາການສະແດງການເຈັບເປັນໃດໆ ຈຶ່ງໄດ້ກັກຕົວຕິດຕາມ, ປິ່ນປົວຕາມອາການທີ່ພົບ ແລະ ຈະໄດ້ກວດເຊື້ອໃນແຕ່ລະໄລຍະ. ປັດຈຸບັນແມ່ນກໍາລັງລໍຖ້າຕະນະສະເພາະກິດສູນກາງເປັນຜູ້ຖະແຫຼງການພົບເຊື້ອ.