ໝາກອຶມີສານຕໍ່ຕ້ານອານຸມູນອິດສະຫຼະ ທີ່ມີສ່ວນໃນການສະລໍໄວ ແລະ ຄວາມແກ່ສະຊາ. ຊ່ວຍຟື້ນບຳລຸງສຸຂະພາບຜີວ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍ, ນໍ້າມັນຈາກແກ່ນໝາກອຶມີສ່ວນຊ່ວຍບຳລຸງປະສາດ, ແກ່ນໝາກອຶຊ່ວຍເຮັດໃຫ້ອາລົມດີ,ມີລິດໃນການຊ່ວຍລົດລະດັບນໍ້າຕານໃນເມັດເລືອດ, ເປັນອາຫານທີ່ເໝາະສຳລັບຜູ້ທີ່ຕ້ອງການຄວບຄຸ່ມນໍ້າໜັກ.
ໝາກອຶມີກົດໂປຣໄບໂອນິດ ຊຶ່ງມີສ່ວນເຮັດໃຫ້ຈຸລັງມະເຮັງອ່ອນແອລົງ, ມີຊ່ວຍສ່ວນປ້ອງກັນ ແລະ ຫຼຸດຄວາມສ່ຽງຈາກການເກີດພະຍາດມະເຮັງ,
ມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ພະຍາດຫົວໃຈ,ຊ່ວຍບັນເທົາອາການປວດເມືອຍບໍລິເວນຂໍ້ບັ້ນແອວ, ມີສ່ວນຊ່ວຍປ້ອງກັນພະຍາດຜີວໜັງ. ແກ່ນໝາກອຶ ມີລົດມັນ ຂັບພະຍາດຕົວຕິດ, ຂັບປັດສະວະ, ບຳລຸງຮ່າງກາຍ, ແກ້ພິດປອດບວມ.
ຮາກ ມີລົດເຢັນ ຕົ້ມນໍ້າດື່ມ ບຳລຸງຮ່າງກາຍດ ແກ້ໄອ, ຖອນພິດຂອງຝີ, ດັບພິດແມງໄມ້ກັດຕອດ.
ຂົ້ວມີຣົດເຢັນ, ຝົນກັບໝາກນາວປະສົມໄຍຝ້າຍເຝົາໄຟ ຮັບປະທານແກ້ພິດບົ້ງກືກັດ. ເຍື່ອກາງໝາກ ມີຣົດຫວານ ພອກ ແກ້ພົກຊໍ້າ, ແກ້ປວດອັບເສບ. ຢາງ ແກ້ພິດພື້ນຄັນ.