ຄວາມເປັນມາຂອງ “ວັນວາເລນທາຍ” ຫຼື “ວັນແຫ່ງຄວາມຮັກ”

ນັກບຸນວາເລນທາຍເປັນບາດຫຼວງຢູ່ທີ່ໂບດໃກ້ກັບກຸງໂຣມ. ຕໍ່ມາໃນສະໄໝຂອງພະເຈົ້າຄລໍດີອຸສທີ2 ໄດ້ມີການຕັ້ງກົດໝາຍວ່າຫ້າມມີການແຕ່ງງານເພາະພະອົງຕ້ອງການໃຫ້ບັນດາຜູ້ຊາຍທຸກໆຄົນໃນເມືອງໄປເປັນທະຫານເພື່ອເຮັດສົງຄາມ.

ນັກບຸນວາເລນທາຍເຫັນແນວນັ້ນ ກໍຮູ້ສຶກເຫັນໃຈຜູ້ຊາຍ ແລະ ຜູ້ຍິງທີ່ມີຄວາມຮັກ ຈຶ່ງໄດ້ລັກເຮັດພິທີແຕ່ງງານໃຫ້ກັບຄູ່ບ່າວສາວທີ່ມີຄວາມຮັກ ຢ່າງລັບໆ ໂດຍໃນພິທີມີພຽງແຕ່ ເຈົ້າບ່າວ,ເຈົ້າສາວ ແລະ ບາດຫຼວງເທົ່ານັ້ນ ຄູ່ບ່າວສາວຈຶ່ງຕ້ອງໄດ້ກະຊິບຄຳສາບານ ແລະ ການອະທິຖານໃນການແຕ່ງງານ.

ໃນທີ່ສຸດ ທະຫານຂອງພະເຈົ້າຄລໍດີອຸສໄດ້ມາເຫັນພິທີພໍດີ ແລ້ວເລື່ອງລາວກໍໄປເຖິງພະເຈົ້າຄລໍດີອຸສ. ນັກບຸນວາເລນທາຍຈຶ່ງຖືກຈັບຂັງຄຸກແລະຖືກລົງໂທດຢ່າງແສນສາຫັດ. ຄົນທີ່ນັກບຸນວາເລນທາຍປະກອບພິທີແຕ່ງງານໃຫ້ ໄດ້ລັກມາຢ້ຽມຢາມນັກບຸນວາເລນທາຍຢູ່ທີ່ຄຸກສະເໝີ.

ຕໍ່ມາຜູຸ້ຄຸມຄຸກຂອງນັກບຸນວາເລນທາຍຊື່ວ່າ ແອສທີຣຽສ ເຊິ່ງມີລູກສາວຕາບອດໄດ້ຂໍໃຫ້ນັກບຸນວາເລນທາຍຊ່ວຍຮັກສາລູກສາວ ເມື່ອຮັກສາແລ້ວລູກສາວຂອງແອສທີຣຽສກໍກັບມາເບິ່ງເຫັນໄດ້ອີກຄັ້ງ ລູກສາວຂອງແອສທີຣຽສຈຶ່ງມາຢ້ຽມນັກບຸນວາເລັນທາຍຢູ່ຄຸກສະເໝີ.

ຈົນມາເຖິງວັນປະຫານຊີວິດຂອງນັກບຸນວາເລນທາຍ ກ່ອນທີ່ນັກບຸນວາເລນທາຍຈະເສຍຊີວິດເພິ່ນໄດ້ຂຽນຈົດໝາຍເຖິງລູກສາວຂອງແອສທີຣຽສ ແລະ ລົງທ້າຍດ້ວຍຄຳວ່າ “From your valentine” ແລ້ວນັກບຸນວາເລນທາຍກໍຖືກປະຫານຊີວິດໃນວັນທີ່່ 14 ກຸມພາ ຄ.ສ269 ແລະເສຍຊີວິດລົງໃນໄວ47ປີ.

ຈາກເຫດການດັ່ງກ່າວປະມຸກສູງສຸດແຫ່ງສາສະນະຈັກໂຣມັນຄາທໍລິກໄດ້ກຳນົດເອົາ ວັນທີ 14 ກຸມພາເປັນວັນສຳຄັນ ກໍຄືວັນວາເລນທາຍ ຫຼືວັນແຫ່ງຄວາມຮັກ ເຊິ່ງນອກຈາກຈະເປັນວັນສຳຄັນທາງສາສະໜາຄຣິສເເລ້ວ ຍັງເປັນວັນທີ່ທຸກຄົນທົ່ວທຸກມຸມໂລກໄດ້ສະແດງຄວາມຮັກຕໍ່ກັນນຳອີກ.

View Comments

Leave a Reply

Your email address will not be published. Required fields are marked *

ກະລຸນາຫ້າມຄັດລອກບົດຄວາມກ່ອນໄດ້ຮັບອະນຸຍາດ