ວັນທີ4 ກຸມພາ 2021 ຂ່າວໄທຣັດລາຍງານວ່າ: ສານໄດ້ພິພາກສາ ຍິ່ງຢົງ ຍອດບົວງາມ ມີຄວາມຜິດຕາມການຟ້ອງ ຄະດີໂຄສະນາຖັງເຊົ່າ
ທີ່ກ່າວເຖິງຄຸນປະໂຫຍດ ຫຼື ສັບພະຄຸນເກີນຄວາມຈິງ ຫຼື ການເຮັດໃຫ້ຜູ້ບໍລິໂພກມີຄວາມຫຼົງເຊື່ອ ແລະບໍ່ໄດ້ຮັບອະນຸຍາດ. ໂດຍໃຫ້ມີການລົງໂທດທຸກການກະທຳ ລວມ2ປີແລະປັບໃໝ 5ໝື່ນບາດ.
ແຕ່ຈຳເລີຍຮັບສາລະພາບຈຶ່ງລົດໂທດໃຫ້ເຄິ່ງໜຶ່ງ ຍັງເຫຼືອ1ປີ ປັບໃໝ 2,5 ໝື່ນບາດ. ສຳລັບຄົນລາວທີ່ຊື້ຜະລິດຕະພັນດັ່ງກ່າວມາກິນກໍຄວນກັບໄປສຶກສາ ແລະເລີກກິນໄດ້ເລີຍ ທີ່ມາ: ໄທຣັດອອນລາຍ
(ຄລິບ)
View Comments