ວັນທີ 4 ກຸມພາ2021 ສຳນັກຂ່າວໄທຣັດຂອງໄທໂພສວ່າ: ເຈົ້າໜ້າທີ່ກອງປາບປາມຊຸດພິເສດ ເຂົ້າກວດຄົ້ນຫ້ອງພັກຂອງເສ່ຍໂປ້ ອານົນ ອາຍຸ28ປີຖືກເຈົ້າໜ້າທີ່ຊຸດປະຕິບັດການພິເສດນຸມານ ຄວບຄຸມໂຕມາສອບປາກຄຳທີ່ກອງປາບປາມຫລັງຖືກຈັບກຸ່ມພ້ອມອາວຸດປືນເເລະເເຮງງານຕ່າງດ້າວທັງຊາຍເເລະຍິງ
ຕາມໝາຍຈັບໃນຂໍ້ຫາຮ່ວມກັນໃຫ້ມີການຈັດຫຼິ້ນການພະນັນ ອອນລາຍ ແລະສົມຮູ້ຮ່ວມຄິດໃຫ້ມີການພະນັນອອນລາຍ ການຈັບກຸມຄັ້ງນີ້ມີຄົນງານຊາວມຽນມາ25ຄົນ, ລູກນ້ອງເສ່ຍໂປ້ 1ຄົນ, ປືນ 1 ກະບອກ ພ້ອມລູກ11ລູກ.
ຜູ້ບັນຊາການຕຳຫລວດແຫ່ງຊາດໄທ ກ່າວວ່າ: ຈາກການສອບສວນທ້າວ ເສ່ຍໂປ້ ໂປ້ອານົນ ເຊິ່ງມີເປົ້າໝາຍຈັບກຸມຜູ້ຕ້ອງຫາ 33 ຄົນ ຈັບກຸມໄດ້ 12 ຄົນໃນຂໍ້ຫາ ຮ່ວມກັນຈັດໂຄສະນາຊັກຊວນໃຫ້ຜູ້ອື່ນຫລິ້ນການພະນັນ (ອອນລາຍ) ແລະ ສົມຮູ້ຮ່ວມຄິດກັນ ຟອກເງິນ ທັງໝົດ 31 ໝາຍຈັບ
ໂດຍໃນການຈັບກຸມຄັ້ງນີ້ເປັນໄປຕາມໝາຍຈັບ 12 ໝາຍຈັບ ແລະ ເປັນການກະທຳຜິດຕໍ່ໜ້າ 1 ຄະດີ, ພ.ຣ.ບ ອາວຸດປືນ, ຈັບຜູ້ຕ້ອງຫາທີ່ເຮັດໜ້າທີ່ເປັນຜູ້ຄຸມກັນ ແລະ ມີໝາຍຈັບເກົ່າ 2 ໝາຍ.
ການປະຕິບັດການຄັ້ງນີ້ ພົບເວັບພະນັນອອນລາຍ 6 ເວັບໄຊ ທີ່ກ່ຽວຂ້ອງກັບເຄືອຂ່າຍເສ່ຍໂປ້ ໂດຍຕຳຫລວດຈະໃຊ້ເວັບໄຊທີ່ກວດພົບເຫລົ່ານີ້ເປັນຫລັກຖານ ເພື່ອຂະຫຍາຍຫາເຄືອຂ່າຍອື່ນໆ.