ວັນທີ 19 ມັງກອນ 2021 ຜ່ານມານີ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຮ່ວມກັບ ບໍລິສັດຊີໂນ ລາວຈີລັນ ພັດທະນາ ຈຳກັດ ໄດ້ຈັດພິທີທຳລາຍສີນຄ້າ ປະເພດຢາງພາລາກ້ອນ ທີ່ມີສິ່ງປົນເປື້ອນຫຼາຍຢ່າງຂຶ້ນ ໂດຍມີ ທ່ານ ຫຸມເພັງ ໂທທິທຳ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກຽ່ວຂ້ອງ, ມີທ່ານນາຍບ້ານ, ບໍລິສັດເກັບຊື້ ແລະ ເຈົ້າຂອງສວນຢາງພາລາເຂົ້າຮວ່ມ.
ເພື່ອເປັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ, ຮັບປະກັນໃຫ້ພາກທຸລະກິດ ບໍລິສັດທີ່ເກັບຊື້ນ້ຳຢາງພາລາພາຍໃນເມືອງນ້ຳບາກ ໃຫ້ເກັບຊື້ໄດ້ສິນຄ້າທີ່ມີຄຸນນະພາບ, ສິນຄ້າໄດ້ມາດຕະຖານ. ໃນລະຫວ່າງວັນທີ 7 ຫາວັນທີ 14 ທັນວາ 2020 ຜ່ານມາ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງກວດກາການເກັບຊື້, ການຂາຍຢາງພາລາກ້ອນ ລະຫວ່າງບໍລິສັດເກັບຊື້ ແລະ ຊາວສວນຢາງພາຍໃນເມືອງ ໄດ້ພົບເຫັນຢາງພາລາຈຳນວນຫຼາຍ ທີ່ຊາວສວນນຳມາຂາຍ ແມ່ນມີສານປົນເປື້ອນ ແລະ ຂີ້ເສດຂີ້ເຫຍື້ອປົນມານຳ ເປັນຕົ້ນແມ່ນມີກ້ອນຫີນ, ຂີ້ແຮ່, ຂີ້ຊາຍ, ເປືອກຂອງຕົ້ນຢາງພາລາ ແລະ ສີ່ງເສດເຫຼືອອື່ນຯ ເຮັດໃຫ້ກ້ອນຢາງດັ່ງກ່າວບໍ່ໄດ້ມາດຕະຖານ, ເຊື່ອມຄຸນນະພາບ, ບໍ່ສາມາດນຳເຂົ້າໂຮງງານຜະລິດຕາມຂັ້ນຕອນ ແລະ ໄດ້ຍຶດຂອງກາງໄວ້ເປັນຂອງລັດ.
ພ້ອມນັ້ນ, ພາກສວ່ນທີ່ກຽ່ວຂ້ອງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກນຳຊາວສວນຈຳນວນ 8 ຄອບຄົວ, ຫຼາຍກວ່າໝູ່ແມ່ນຢູ່ກຸ່ມບ້ານນ້ຳຖວ້ມ ເຊີ່ງໄດ້ເຮັດໃຫ້ຊື່ສຽງ ແລະ ຜົນຜະລິດສິນຄ້າສົ່ງອອກຂອງເມືອງບໍ່ໄດ້ມາດຕະຖານ. ດັ່ງນັ້ນ, ຈຶ່ງໄດ້ຈັດພີທີທຳລາຍຖີ້ມ ລວມມູນຄ່າການເສຍຫາຍທັງໝົດ ມີຢາງພາລາກ້ອນ 5.078 ກິໂລ ຄິດເປັນມູນຄ່າ 34 ລ້ານກວ່າກີບ.
ຂ່າວ: ພອນສັກ ສິງດາລັກ, Source: Media laos