ບັນຍາຍການນຳໃຊ້
ສັບພະຄຸນ: ຮາກ ເປັນຢາບຳລຸງຮ່າງກາຍ, ນຳມາຄຽວແກ້ອາການເຈັບແຂ້ວ, ແກ້ອາການຖອກທ້ອງ, ເຈັບທ້ອງ, ຝົນເປັນຢາຮັກສາຕຸ່ມ, ເປັນຢາຂັບຖ່າຍ ແລະ ຂັບທາດພິດ. ເນື້ອໄມ້ ຫຼື ກິ່ງໄມ້: ຕົ້ມດື່ມຊ່ວຍຫຼຸດຄວາມດັນເລືອດ, ຊ່ວຍຂັບພະຍາດພິດ, ໃຊ້ເປັນຢາແກ້ໄຂ້ ແລະ ຖອນພິດໄຂ້. ໃບ: ນຳມາຕໍາໃສ່ກັບນ້ຳຕານກິນແກ້ອາການໄອ. ດອກ: ຄັ້ນໃສ່ນ້ຳທາຮັກສາພະຍາດຜິວໜັງ.
ນອກຈາກນີ້ແລ້ວທັງຕົ້ນຍັງມີປະສິດທິພາບສາມາດຕ້ານເຊື້ອແບັກທິເຣຍ, ເຊື້ອຣາ, ແກ້ອາການປວດ, ຢັບຢັ້ງການຫົວຕົວຂອງມົດລູກ ແລະ ລຳໄສ້, ສານສະກັດຈາກຕົ້ນດອກພຸດສາມາດຢັບຢັ້ງການເຮັດວຽກເອັນໄຊມ໌ Acetylcholine esterase ໄດ້ສູງ ເຊິ່ງສາມາດຮັກສາຜູ້ປ່ວຍຄວາມຈຳເຊື່ອມໄລຍະເລີ່ມຕົ້ນຫາໄລຍະກາງໄດ້.
ເປັນພືດປະດັບ: ເນື່ອງຈາກດອກພຸດມີຄວາມສວຍງາມປະຊາຊົນຈຶ່ງນິຍົມນຳໄປປູກເປັນພືດປະດັບຕາມໜ້າບ້ານ ຫຼື ວັນວາອາຮາມຕ່າງໆ. ເນື້ອຂອງໝາກສຸກຍັງສາມາດນຳໄປຍ້ອມສີຜ້າໄດ້, ນອກຈາກນີ້ແລ້ວດອກພຸດຍັງຖືກນິຍົມນຳໄປເຮັດເປັນພວງມາໄລເພື່ອໄວ້ພະ ຫຼື ນຳໄປເຮັດພິທີທາງສາສະໜາຕ່າງ.
ນ້ຳມັນຫອມລະເຫີຍ: ດອກນຳມາສະກັດເປັນຫົວນ້ຳຫອມໄດ້. ເນື້ອໄມ້ສາມາດນຳໄປເຮັດທູບ
ເປັນສິນຄ້າ: ດອກນຳມາຫ້ອຍເປັນພວງມາໄລຂາຍ, ຫົວນ້ຳຫອມທີ່ໄດ້ຈາກການສະກັດຈາກດອກພຸດ ແລະ ທູບທີ່ໄດ້ຈາເນື້ອໄມ້ຖືກສົ່ງອອກຂາຍຕາມທ້ອງຕະຫຼາດ, ດ້ວຍເຫດນີ້ດອກພຸດຈຶ່ງຖືກນິຍົມມາປູກເພື່ອຂາຍເປັນສິນຄ້າ.