ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂໍແຈ້ງມາຍັງ ທ່ານເຈົ້າແຂວງ ແຂວງວຽງຈັນ ຊາບຕາມຄຳເຫັນຂັ້ນເທິງ: ກ່ຽວກັບການຈັດງານ VangVieng fest 2020.
ໂດຍອີງຕາມທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແມ່ນເຫັນດີໃຫ້ເລື່ອນການຈັດງານ VangVieng fast 2020 ໄປກ່ອນເນື່ອງຈາກການຈັດງານດັ່ງກ່າວ ມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງເຊື້ອພະຍາດ Covid-i9, ເຊິ່ງໃນໄລຍະນີ້ພະຍາດດັ່ງກ່າວໄດ້ແຜ່ລະບາດເຂົ້າມໄຂດຊາຍແດນທາງພາກເໜືອຂອງລາວ ແລະ ມີການ ແຜ່ລະບາດຢູ່ບັນດາປະເທດໃກ້ຄຽງ.
ສະນັ້ນ, ຈຶ່ງມອບໃຫ້ທາງແຂວງສົມທົບກັບ ບໍລິສັດສາມາດ ອີເວັນ ອໍແກນນາຍເຊີ້ ຄົ້ນຄວ້າເລື່ອນການຈັດງານໄປກ່ອນຈົນກວ່າຈະມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄດ້.
ດັ່ງນັ້ນ, ຈິ່ງແຈ້ງການມາຍັງທ່ານ ເພື່ອຊາບ ແລະ ດຳເນີນການຕາມທິດຊີ້ນໍາດັ່ງກ່າວດ້ວຍ.
View Comments
Published by
LT News
1 month ago