ເຊື່ອວ່າຫຼາຍທ່ານຈະຮັບຮູ້ມາບໍ່ໜ້ອຍ ສໍາລັບຂ່າວທີ່ຄົນລາວລັກລອບຫວັງຂ້າມໄປໄທ ບາງກຸ່ມກໍ່ລັກໄປເອງ ບາງກຸ່ມກໍ່ມີນາຍໜ້າພາໄປ ແຕ່ກໍ່ບໍ່ປະສົບຜົນສໍາເລັດ ຖືກເຈົ້າໜ້າທີ່ຈັບໄດ້ນໍາມາດໍາເນີນຕາມກົດໝາຍ ຍິ່ງໄປກວ່ານັ້ນ ກໍ່ຖືກນາຍໜ້າຕວົະໃຫ້ເສຍເງິນລ້າ.
ດັ່ງນັ້ນ ໃຜທີ່ຄິດຈະຂ້າມໄປຝັ່ງໄທໃນຕອນນີ້ ຂໍໃຫ້ຢຸດເຊົາຄວາມຄິດນັ້ນໄວ້ ເພາະມັນຈະເຮັດໃຫ້ຕົນເອງເດືອດຮ້ອນລ້າ ເພາະດ່ານຍັງບໍ່ເປີດໃຫ້ບຸກຄົນທົ່ວໄປເຂົ້າ-ອອກໄດ້.
ແອັດຂໍເຕືອນດ້ວຍຄວາມຫວັງດີ ເພາະນອກຈາກຈະຖືກນາຍໜ້າຕວົະເອົາເງິນແລ້ວ ອາດຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຕະດີ ຖານລັກລອບເຂົ້າເມືອງແບບຜິດກົດໝາຍນໍາອີກ.
ຫາກບໍ່ເຊື່ອໃຫ້ເບິ່ງຕາມພາບນີ້ໄດ້ ເຈົ້າໜ້າທີ່ເວນຍາມຕະຫຼອດຕາມຝັ່ງແມ່ນໍ້າຂອງ ເພື່ອບໍ່ໃຫ້ມີການລັກລອບຂ້າມໄປໄດ້, ເຊິ່ງພາບທີ່ແອັດນໍາໃຫ້ເບິ່ງນີ້ແມ່ນເຂດຝັ່ງນະຄອນພະນົມ ປະເທດໄທ.
ຂອບໃຈທີ່ມາ: ໄລ່ຕາມກະແສຂ່າວລາວ-ໄທ
View Comments