ຜູ້ໃຊ້ເຟສບຸກຊື່ Inthanou Deuansavanh ໄດ້ໂພສໃນວັນທີ 8 ທັນວາ 2020 ວ່າ: ຢ່າຫລົງກັບພໍ່ຕູ້ພາຍຖົງນັກຕົວະ ລາວຈະຍ່າງອອ້ມແຖວນະຄອນຫລວງ ໂດຍຈະຈັບເຫຍື່ອຄົນຫົວອອ່ນ ມັກອີ່ຕົນຄົນ ແລ້ວບອກວ່າພໍ່ຕູ້ບໍ່ມີເງິນກັບບ້ານ ສີ່ເດືອນກອ່ນຖືກກັບຂອ້ຍເອງ ແມ່ນບອກວ່າບ້ານຢູ່ວັງວຽງ ບໍ່ມີໂທລະສັບ ມາຕາມຫາລູກ ບໍ່ມີເງິນກັບບ້ານ .ເທື່ອທີ່ສອງຖືກກັບຫມູ່ຂອ້ຍ ຕົວະວ່າ ບ້ານຢູ່ເມືອງເຟືອງ ບໍ່ມີເງິນກັບບ້ານ
ມາມື້ນີ້ເຫັນລາວຢູ່ແຖວ ໂຮງຮຽນລາວ ເຢຍລະມັນຫລັກສາມ ຂອ້ຍຕັ້ງໃຈລົມກັບພໍ່ຕູ້ນີ້ ລາວບອກແບບເກົ່າວ່າ ພໍ່ຕູ້ມາຕາມຫາລູກສາວບໍ່ມີໂທລະສັບ ເບີໂທລູກສາວເສຍ ເພື່ອເຮັດໃຫ້ເປັນຕາອີ່ຕົນ ບໍ່ມີກັບບ້ານ ບ້ານຢູ່ປາກຊັນແລ້ວຂໍເງິນຄ່າລົດ ຂອ້ຍກະເລີຍຖ່າຍຮູບລາວໄວ້ເພື່ອບໍ່ໃຫ້ຄົນອື່ນຕົກເປັນເຫຍື່ອ
ຖ້າມີເທື່ອໃຫ່ມລາວຈະບອກວ່າບ້ານຢູ່ຫີນເຫີບຫລືພູຜາມ້ານພຸ້ນແຫລະ
View Comments