ຖ່າຍຍາກຍ້ອນຮ້ອນໃນທ້ອງ ເຮັດໃຫ້ອາຫານແຫ້ງ
ຫລືກິນອາຫານທີ່ມີວີຕາມີນຫນ້ອຍກໍເຮັດໃຫ້ຖ່າຍຍາກ
ຂອງກິນທີ່ຄວນກິນ:
ຫມາກຫຸ່ງ, ມັນອ່ອນ, ຫມາກມັງກອນ, ຫມາກກ້ຽງນ້ອຍ ຫມາກກ້ຽງໃຫຍ່(ຫມາກຜຸກ), ຫມາກງາ, ຜັກຄາວທອງ ຜັກປັງ ນົມສົ້ມ… ກິນນ້ຳຫລາຍ
ນອກຈາກນັ້ນຄົນມີອາການຖ່າຍຍາກສາມາດເຮັດຢາກິນ
1: ຜັກຄາວທອງປັ່ນເອົານ້ຳ + ນ້ຳເຜີ້ງ (ບໍ່ມີນ້ຳເຜີ້ງກໍໄດ້)ກິນສົດ
2: ໃບຕົດຫມາ15ໃບຊອຍນ້ອຍ + ໄຂ່ເຫລືອງ2ຫນ່ວຍ
ຈືນນ້ຳມັນແລ້ວກິນ
3: ແປ້ງຫມາກງາ(ຂົ້ວສຸກແລ້ວ) + ນ້ຳເຜີ້ງ + ນ້ຳອຸ່ນ
#ຈາກປະສົບການຂອງຊາວຫວຽດແລະຫມໍພື້ນເມືອງ
View Comments