ສູດຢາປົວໄຂ່ຫລັງ: ກົກເອື້ອງດົງທີ່ມີຫມໍຢາລາວມາບອກວ່າເປັນຢາປົວຫມາກໄຂ່ຫລັງທີ່ເຮັດໃຫ້ຂາເຄີ່ເປັນບວມກິນຢາຫຍັງກໍ່ບໍ່ດີບໍ່ເຊົາຍັງບວມຢູ່ຕະຫລອດ ແມ່ນແນະນຳໃຫ້ເອົາຕົ້ນເອື້ອງດົງນີ້ມາຟັກຕາກແດດໃຫ້ແຫ້ງແລ້ວຕົ້ມກິນ
#ວິທີຕົ້ມ: ຕົ້ມເທື່ອລະຫນື່ງກຳມືນອ້ຍ, ໃສ່ນ້ຳຫນື່ງລີດ. ຕົ້ມຟົດ15ນາທີແລ້ວຕອງກິນຕາງນ້ຳເລີຍ ກິນມື້ລະສາມຈອກ. ແຕ່ກິນສາມວັນຕິດກັນແລ້ວພັກຫນື່ງວັນແລ້ວຈື່ງຕົ້ມກິນອີກ. ເຮັດແນວນີ້ໄປຈົນຮອດຫນື່ງເດືອນອາການຈະຮູ້ສືກວ່າດີຂື້ນ. ມີຜູ້ໃຊ້ຢານີ້ປົວໂລກທີ່ເວົ້າມານີ້ ກິນທົດລອງແລ້ວດີແທ້ໆ. ອາຈານຈື່ງລົງໃຫ້ເພື່ອນໆທົດລອງກີນເບິ່ງເດີ.
ສູດຢາທີ2 ແມ່ນຢາແກ້ແມ່ຫນີ້ວ: ກົກຫມາກເດືອຍຫີນເອົາລຳຕົ້ນ, ອອ້ຍດຳເອົາລຳຕົ້ນ ແລະ ແກ່ນຝ້າຍທັງສາມຢາ່ງນີ້້ມາຕົ້ມໃສ່ນ້ຳ 1 ລີດຕົ້ມຟົດ15ນາທີແລ້ວຕອງກີນຕາງນຳ້ເປັນຢາປົວຍຽ່ວຢັດ(ຍຽ່ວຢອດ) ແລະ ເປັນຢາຂ້າແມ່ຫນີ້ວ.
ສູດນີ້ມາຈາກພໍ່ອາຈານເຄີຍໃຊ້ດີມາແລ້ວໃຜຮູ້ແລ້ວບອກຕໍ່ໆກັນເດີເພື່ອບຸນກຸສົນຈະມາຄ້ຳຊູຄອບຄົວຂອງເຮົາແລະຂໍໃຫ້ຈົດໄວ້ເດີດີແທ້ໆແລ (ຕົ້ມກີນຫມໍ້ນື່ງແຕ່ເຕີມນຳ້ສາມເທື່ອໄດ້ເດີ)
Cr:ຄຼີກອ່ານເລີຍ