ສາທຸ ຫາເງິນບໍ່ຂື້ນ ຫາແນວໃດກະມີແຕ່ຈົມ ມີແຕ່ລົ້ມລະລາຍ ເຮັດຫຍັງບໍ່ຂື້ນບໍ່ເກີນ
ສາທຸ ຈູດທູບ36 ດອກ _ ບູຊາກາງແຈ້ງ ສາທຸ
ຊື່….. ນາມສະກຸນ…..ມາຂໍຄະມາ ອະໂຫສິກຳ
ເທບທິດາທັງຫລາຍ 16 ຊັ້ນຟ້າ 15 ຊັ້ນດິນ
_ ຜີບ້ານ ຜີເຮືອນ
_ ເຈົ້າທີ່ ເຈົ້າທາງ
_ ແມ່ທໍລະນີ
_ ພະແມ່ຄົງຄາ
ບ່ອນທີ່ຂ້າພະເຈົ້າອາໃສຢູ່ນີ້
ຂ້າພະເຈົ້າຂໍອະໂຫສິກຳ ໃນສິ່ງທີ່ຂ້າພະເຈົ້າໄດ້ລ່ວງເກີນໄປ
ທັງກາຍຍະກຳ, ວາຈາກຳ ,ມະໂນກຳ ຂໍສິ່ງສັກສິດທັງຫລາຍ ອະໂຫສິກຳໃຫ້ຂ້າພະເຈົ້າດ້ວຍເຖີດ
ແລະຊ່ວຍເປີດທາງໃນການດຳເນີນຊີວິດຂອງຂ້າພະເຈົ້າ
ຮັ່ງມີ ຫມັ້ນຄົງ ທຳການງານ ຄ້າຂາຍຈະເລີນຮຸ່ງເຮືອງ ເຮັດສິ່ງໃດກະຂໍໃຫະປະສົບຜົນສຳເລັດທຸກດ້ານ ແລະ
ຂໍໃຫ້ມີແຕ່ໂຊກມີແຕ່ລາບເຂ້າມາໃນຊີວິດຂ້າພະເຈົ້າ ແລະຄອບຄົວຂອງຂ້າພະເຈົ້າ
ແລະຂໍໃຫ້ລູກມີອຳນາດບຸນວາດສະຫນາ ບາລະມີ ມີແຕ່ຄົນເກງໃຈ ໃຫ້ກຽດ ໄປຢູ່ໃສ ກະຂໍໃຫ້ເປັນທີ່ຮັກຂອງຜູ້ຄົນທັງຫລາຍ
ສັດຕູທີ່ຄິດຮ້າຍ ຂໍໃຫ້ແພ້ໄພຕົວເອງ
ໃຜທີ່ຄິດບໍ່ດີ ຂໍໃຫ້ສິ່ງນັ້ນຍ້ອນກັບໄປຫາເຈົ້າຂອງເອງ ສາທຸ
ຕັ້ງນະໂມ 3 ຈົບ ສາທຸໆ