ມີຊາຍຍິງຄູ່ຫນຶ່ງກຽມຕົວແຕ່ງງານກັນ, ໃນນັ້ນ ຜູ້ຊາຍມີບ້ານ 1 ຫລັງ ມີລົດຄັນຫນຶງ ແລະ ເງິນ 100.000.0000, ຜູ້ຍິງມີລົດຄັນ 1 ແລະ ເງິນ 200.000.000.
ຫລັງຈາກແຕ່ງງານກັນ ທັງສອງໄດ້ຕົກລົງເອົາເງິນຂອງຕົນທັງຫມົດມາຕົກແຕ່ງບ້ານໃຫ້ງາມ ແລະ ຊື້ເຄື່ອງໃຊ້ຕ່າງໆ.
ສາມປີຕໍ່ມາຜູ້ຍິງທ້ອງ ແລະ ຈາກນັ້ນກໍຄອດລູກອອກມາ ຊຶ່ງທັງສອງໄດ້ຕົກລົງກັນວ່າໃຫ້ຜູ້ເປັນເມຍລາອອກຈາກວຽກແລ້ວມາເບິ່ງແຍງດູແລລູກຢູ່ບ້ານ ສ່ວນຜູ້ເປັນຜົວແມ່ນເປັນຄົນເຮັດວຽກຫາເງິນລ້ຽງຄອບຄົວຕາມຄວາມຮັບຜິດທີ່ຜູ້ຊາຍຄວນມີ.
ຕໍ່ມາຜູ້ເປັນຜົວໄດ້ຖືກເລື່ອນຕໍາແຫນ່ງ ການງານດີຂື້ນ ເງິນເດືອນກໍ່ເພິ່ມຂື້ນ ສວ່ນຜູ້ເປັນເມຍແມ່ນຢູ່ບ້ານເພື່ອເອົາລູກ ຊຶ່ງກໍຖືວ່າຜູ້ເປັນເມຍໄດ້ກາຍເປັນແມ່ບ້ານເຕັມໂຕ.
ຫ້າປີຕໍ່ມາຜູ້ເປັນຜົວປະສົບຄວາມສຳເລັດໃນຫນ້າທີ່ການງານ ມີລັດສະຫມີລາສີງົດງາມ ສ່ວນຜູ້ເປັນເມຍແມ່ນຄຸກຄາມຢູ່ກັບລູກຢູ່ກັບບ້ານ ແລະ ລາສີຫມົ່ນຫມອງລົງ.
ມາຮອດຕອນນີ້ຜູ້ເປັນຜົວຮູ້ສຶກວ່າເມຍຕົນບໍ່ສາມາດພາເຂົ້າສັງຄົມອີກ ສິ່ງຍົ້ວຍວນພາຍນອກຜູ້ສາວພະນັກງານກໍ່ຍິ່ງຮ້ອນແຮງຍົ້ວຍວນໃຈ ສຸດທ້າຍຜູ້ເປັນຜົວກໍມີເມຍນ້ອຍ.
ຫລັງຈາກຜູ້ເປັນເປັນເມຍຮູ້ເລື້ອງ ກໍເລີຍເກີດມີເລື່ອງຜິດຖຽງກັນ ສຸດທ້າຍກໍໂສກເສົ້າເສຍໃຈ ແລະ ທັງສອງກໍກຽມຍ່າຮ້າງກັນ.
ຕາມການຕີຄວາມຫມາຍຂອງກົດຫມາຍຄອບຄົວ ບ້ານຖືວ່າເປັນຊັບເດີມຂອງຜູ້ເປັນຜົວ ສະນັ້ນຜູ້ເປັນເມຍແມ່ນບໍ່ມີສິດ.
ຜູ້ຍິງບໍ່ຍອມເລີຍໂຕ້ຕອບໄປວ່າຕົນມີສ່ວນຮ່ວມໃນການຕົກແຕ່ງປັບປຸງບ້ານສະນັ້ນຕົນຄວນມີສິດໃນບ້ານ, ທະນາຍຂອງຜູ້ເປັນຜົວຖາມກັບໄປວ່າ ”ເຈົ້າມີຫລັກຖານການປະກອບສ່ວນຕົກແຕ່ງບ້ານບໍ່” ຜູ້ເປັນເມຍຕອບວ່າບໍ່ມີ ດັ່ງນັ້ນສານຈຶ່ງຕັດສິນວ່າຜູ້ເປັນເມຍບໍ່ມີສິດຕໍ່ກັບບ້ານ.
ນອກຈາກບ້ານແລ້ວ ຍັງມີເລື່ອງລູກ, ຊຶ່ງຜູ້ເປັນເມຍບອກວ່າລູກແມ່ນຕົນເປັນຄົນຄອດອອກມາ ແລະ ລ້ຽງຈົນໃຫຍ່ ສະນັ້ນຕົນຕ້ອງມີສິດໄດ້ລູກ.
ແຕ່ທະນາຍຂອງຝ່າຍຜົວເວົ້າວ່າ ລູກຈະຢູ່ກັບໃຜນັ້ນຕ້ອງເບິ່ງວ່າໃຜມີຄວາມສາມາດໃຫ້ຜົນປະໂຫຍດ ແລະ ມີຄວາມສາມາດລ້ຽງລູກໃຫ້ໄດ້ຮັບຜົນປະໂຫຍດມີສຸດ ຊຶ່ງຕອນນີ້ຜູ້ເປັນເມຍບໍ່ມີວຽກເຮັດ ບໍ່ມີລາຍໄດ້ ບໍ່ມີບ້ານເປັນຂອງຕົນເອງ ສະນັ້ນຈຶ່ງຍອມບໍ່ເປັນຜົນດີຕໍ່ກັບການເຕີບໃຫຍ່ຂອງລູກ, ໂດຍອິງຕາມກົດຫມາຍຄອບຄົວ ແລະ ສະພາບທາງການເງິນຂອງຜູ້ເປັນຜົວດີທີ່ສາມາດເອື້ອປະໂຫຍດໃນການລ້ຽງລູກ ສະນັ້ນສານຈຶ່ງຕັດສິນໃຫ້ລູກຕົກເປັນຂອງຜົວ.
ຕອນນີ້ຜູ້ເປັນເມຍບໍ່ມີບ້ານເປັນຂອງຕົນ ບໍ່ມີວຽກ ບໍ່ມີເງິນ ບໍ່ມີລູກ ລາວຫມົດຫວັງແລ້ວ ຊີວິດຂອງລາວລົ້ມສະລາຍ ສ່ວນຜູ້ເປັນຜົວແມ່ນໄປເລີ່ມຕົ່ນຊີວິດໃຫມ່ຂອງລາວ.
ທ່ານຍິງທັງຫລາຍເອີຍ ທ່ານຍັງຈະກ້າຝາກຊີວິດໄວ້ກັບໃຜອີກບໍ່? ເຮົາຄວນຈະຮູ້ເຮັດຮູ້ຫາສ້າງໃຫ້ໂຕເອງເຂັ້ມແຂງຫາເງິນໃຊ້ດ້ວຍຕົນເອງຈະດີກວ່າບໍ່?
#ເລື່ອງນີ້ສອນໃຫ້ຮູ້ວ່າຢ່າຝາກຊີວິດໄວ້ກັບໃຜ