ອະດີດທູດສິງກະໂປສະເຫນີໃຫ້ເອົາ ສປປ ລາວ ແລະ ກຳປູເຈຍ ອອກຈາກອາຊຽນ

ພົນລະເມືອງຂອງອາຊຽນ,ໂດຍສະເພາະກໍແມ່ນປະຊາຊົນຂອງປະເທດສະມາ ຊິກໃໝ່ ຄື ສປປລາວ ແລະ ລາຊະອານາຈັກກຳປູເຈຍ ຮູ້ສຶກຕົກໃຈເມື່ອຊາບວ່າ ຄົນຜູ້ເຄີຍເປັນທີ່ ໜ້ານັບຖືໃນການປົກປ້ອງ ສະມາຄົມບັນດາປະຊາຊາດ ອາຊີອາຄະເນ (ອາຊຽນ) ໄດ້ຕັດ ສິນໃຈບໍ່ປ້ອງກັນອົງການນີ້ອີກແລ້ວ ດ້ວຍການສົ່ງທັດສະນະອັນຜິດພາດຂອງຕົນອອກສູ່ ໂລກ ໃນການສະເໜີໃຫ້ເອົາ ລາວ ແລະ ກຳປູເຈຍ ອອກຈາກ ອາຊຽນ. ສະພາບແນວນີ້ ຈຶ່ງເກີດມີການຍົກເອົາຫລາຍບັນຫາຂຶ້ນມາຖາມກັນວ່າ ແມ່ນຫຍັງທີ່ພາໃຫ້ ອະດີດນັກການ ທູດ ທູດບິນລາຮາຣີ ກໍສິກັນ ທ່ານນີ້ ຫັນປ່ຽນແນວຄວາມຄິດຂອງຕົນ; ເປັນຫຍັງຜູ້ກ່ຽວ ຈຶ່ງຕັດສິນໃຈ ເດີນສວນທາງກັນ ກັບ ວິໄສທັດຂອງບິດາຜູ້ກໍ່ຕັ້ງອາຊຽນ ແລະ ປະຊາຊົນ ຂອງອາຊຽນ; ເປັນຫຍັງຜູ້ກ່ຽວຈຶ່ງຕັດສິນໃຈບໍ່ສືບຕໍ່ຊຸກຍູ້ ສົ່ງເສີມ ກົດບັດອາຊຽນ ທີ່ຕົນ ເອງກໍໄດ້ເປັນຜູ້ປະກອບສ່ວນສ້າງດ້ານເນື້ອໃນ; ເປັນຫຍັງຜູ້ກ່ຽວຈຶ່ງ ທຳລາຍມ້າງຫຼັກການ ທີ່ວາງໄວ້ຢູ່ໃນ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື ໃນ ພາກພື້ນອາຊີ ອາ ຄະເນ; ແລະ ເປັນຫຍັງຜູ້ກ່ຽວຈຶ່ງບໍ່ເລືອກຂຽນບົດ ກ່ຽວກັບວາລະອັນຮີບດ່ວນ ເພື່ອ ການຊ່ວຍຊຸກຍູ້ພາກພື້ນນີ້ ໂດຍສະເພາະໃນເວລາທີ່ ຜູ້ນຳ, ລັດຖະບານ ແລະ ປະຊາ ຊົນ ອາຊຽນພວມມີຄວາມພະຍາຍາມຮ່ວມກັນຜ່ານຜ່າຜົນກະທົບຂອງການແພ່ລະບາດຢ່າງຮ້າຍ ແຮງຂອງ ໂຄວິດ-19, ແລ້ວພາກັນກ້າວໄປສູ່ ການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ.

ໃນເວລານີ້, ພວກເຮົາ ບັນດານັກການທູດບຳນານຂອງ ສປປລາວ ໄດ້ຂຽນຈົດ ໝາຍເປີດຊອງ ສະບັບນີ້ຂຶ້ນ ເພື່ອແຈ້ງໃຫ້ຮູ້ວ່າພວກເຮົາຮູ້ສຶກເຈັບປວດ ແລະ ຖືກທຳຮ້າຍ ເຖິງສ່ວນເລິກຂອງຫົວໃຈ ຍ້ອນບົດຂຽນຂອງ ທູດບິນລາຮາຣີ ກໍສິກັນ ລົງວັນທີ 24 ຕຸລາ 2020.ເນຶ້ອໃນຂອງບົດຂຽນດັ່ງກ່າວໄດ້ສົ່ງເສີມຄວາມແຕກແຍກພາຍໃນອາຊຽນທີ່ສະແດງ ອອກໃນແນວຄວາມຄິດຂອງ ທ. ກໍສິກັນ ທີ່ສະເໜີວ່າ ອາຊຽນຄວນຂັບໄລ່ ລາວ ແລະ ກຳປູເຈຍ ອອກໄປຖ້າຫາກສອງປະເທດນີ້ສືບຕໍ່ເອົາທາງເລືອກທີ່ ຜິດພາດ ຫຼືວ່າ ຖືກບົງ ການໂດຍອຳນາດອິດທິພົນພາຍນອກໃດໜຶ່ງ. ໃນນີ້, ພວກເຮົາບໍ່ພຽງແຕ່ຢາກແຈ້ງ ໃຫ້ປະ ຊາຄົມສາກົນຊາບເທົ່ານັ້ນ ແຕ່ກໍຕ້ອງ ການເຕືອນຄວາມຊົງຈຳຂອງ ທູດບິນລາຮາຣີ ກໍສິກັນ ວ່າບົດຂຽນຂອງຜູ້ກ່ຽວ ແມ່ນລ້ວນແລ້ວແຕ່ມີລັກສະນະຂອງຄົນທີ່ມີ “ສາຍຕາສັ້ນ”, ເບິ່ງ ແບບຜິວເຜີນ, ບິດເບືອນ ແລະ ມີການຕີລາຄາແບບຜິດພາດ. ຍິ່ງໄປກວ່ານັ້ນ, ກໍເປັນ ໜ້າເສົ້າໃຈ ທີ່ທູດ ກໍສິກັນ ໄດ້ຖືເບົາ ສົງຄາມທຳລາຍອັນຂົ່ມຂື່ນແລະຍືດເຍື້ອ ທີ່ປະຊາຊົນ ສອງຊາດພວກເຮົາໄດ້ຕໍ່ສູ້ ທັງເສຍສະຫລະຊີວິດແລະເລືອດເນື້ອ ເພື່ອຍາດເອົາ ເອກະ ລາດ. ສຳລັບກໍລະນີ ຂອງ ສປປລາວ ເອງ, ໃນສົງຄາມທຳລາຍອັນໂຫດຮ້າຍປ່າເຖື່ອນ ບໍ່ພຽງແຕ່ໄດ້ເຫັນການເສຍສະຫຼະຂອງປະຊາຊົນລາວ ດັ່ງທີ່ໄດ້ກ່າວໄວ້ເທົ່ານັ້ນ, ແຕ່ຫາກ ວ່າ 1/3 ຂອງດິນແດນປະເທດລາວຍັງມີລະເບີດທີ່ຍັງບໍ່ທັນແຕກກະແຈກກະຈາຍຢູ່ຊຶ່ງໃນ ແຕ່ລະປີບໍ່ພຽງແຕ່ໄດ້ປິດຊີວິດຂອງປະຊົນຈຳນວນຫລາຍເທົ່ານັ້ນແຕ່ມັນຍັງໄດ້ຈຳກັດສິດທິ ຂອງປະຊາຊົນລາວໃນການພັດທະນາໄດ້ຢ່າງເຕັມສ່ວນ.

ພາຍຫຼັງທີ່ຍາດເອົາເອກະລາດດ້ວຍຄວາມຍາກລຳບາກໄດ້ແລ້ວ, ສປປລາວ ແລະ ປະຊາຊົນ ຂອງຕົນ ແມ່ນຮູ້ດີເຖິງຄຸນຄ່າຂອງ ຄວາມເປັນ ເອກະລາດ, ສັນຕິ ພາບ ແລະ ການຮ່ວມມືເພື່ອການພັດທະນາ. ເຂົາເຈົ້າກໍບໍ່ຮູ້ໜ້ອຍໄປກວ່າປະຊາຊົນຊາດອື່ນໃດໃນ ໂລກວ່າປະເທດຕົນຄວນຈະດຳເນີນ ແນວທາງການຕ່າງປະເທດອັນໃດ ເພື່ອໃຫ້ສອດຄ່ອງ ກັບຜົນປະໂຫຍດແຫ່ງຊາດຂອງຕົນ. ປະເທດລາວ ມຸ່ງໝັ້ນເດີນຕາມແນວທາງການຕ່າງປະ ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ຕົວຢ່າງໜື່ງທີ່ດີ ໃນການ ດຳເນີນນະໂຍບາຍດັ່ງກ່າວແມ່ນການທີ່ ສປປລາວ ບໍ່ໄດ້ຕັດສາຍພົວພັນການທູດ ກັບ ສະຫະລັດອາເມຣິກາ ເຖິງແມ່ນວ່າ ໄດ້ມີສົງຄາມທຳລາຍ ແລະ ມີການເສຍສະຫຼະຂອງປະ ຊາຊົນ ຢ່າງຫຼວງຫຼາຍມາກ່ອນ, ແຕ່ຫາກຍັງໄດ້ຍື່ນມືໃຫ້ການຮ່ວມມືທາງດ້ານມະນຸດສະທຳ ຮ່ວມກັບລັດຖະບານ ແລະ ປະຊາຊົນ ສະຫະລັດອາເມຣິກາ ເພື່ອຊອກຄົ້ນຫາທະຫານອະ ເມຣິກາທີ່ສູນຫາຍ ໃນປາງສົງຄາມ (MIA) ຢູ່ ລາວ. ເຊັ່ນດຽວກັນ, ໃນເດືອນ ກໍລະກົດ 1992, ສປປລາວ ໄດ້ປະກາດທັດສະນະຂອງຕົນຢ່າງສະຫງ່າຜ່າເຜີຍ ໃນງານພິທີທີ່ຈັດ ຂຶ້ນໂດຍປະເທດຟີລິບປິນ ທີ່ເປັນປະທານອາຊຽນໃນປີນັ້ນ ໂດຍມີການເຂົ້າຮ່ວມຂອງ ບັນດາລັດ ຖະມົນຕີຕ່າງປະເທດອາຊຽນດ້ວຍກັນ ເພື່ອຮັບເອົາ ສປປລາວ ເປັນປະເທດສັງ ເກດການຂອງ ອາຊຽນ, ຊຶ່ງໜື່ງໃນເນື້ອໃນທີ່ໄດ້ຖະແຫລງອອກໄປນັ້ນ ກໍແມ່ນ ສປປລາວ ກຽມພ້ອມທີ່ຈະໃຫ້ສິ່ງຕ່າງໆໃນອະດີດຜ່ານມາ ເປັນເລື້ອງຂອງປະຫວັດສາດ ແລະກໍ ພ້ອມ ທີ່ຈະເບິ່ງໄປສູ່ອະນາຄົດ ແນໃສ່ໃຫ້ມີການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ກັບ ທຸກໆປະເທດສະມາຊິກອາຊຽນ ໃນຕໍ່ໜ້າ.

ແນວທາງການຕ່າງປະເທດຂອງ ສປປລາວ ຍັງໄດ້ສະທ້ອນໃຫ້ເຫັນເຊັ່ນດຽວ ກັນ ຢູ່ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ ລາວ ຊຶ່ງຖືວ່າເປັນໜຶ່ງ ໃນບັນດາກົດໝາຍການ ລົງທຶນຂອງພາກພື້ນ ທີ່ເປີດກວ້າງໃນການຮັບເອົາການລົງທຶນ ຈາກທົ່ວທຸກມຸມໂລກ. ສິ່ງດັ່ງກ່າວແມ່ນ ສອດຄ່ອງຫຼາຍ ກັບນະໂຍບາຍເປີດກວ້າງສູ່ພາຍ ນອກຂອງ ອາຊຽນ ທີ່ໄດ້ວາງອອກເພື່ອດຶງດູູດເອົາການລົງທຶນໃຫ້ຫຼາຍຂຶ້ນ ຈາກບັນດາ ປະເທດຄູ່ເຈລະຈາ ແລະ ປະເທດອື່ນໆ, ເພື່ອໃຫ້ເຂົ້າ ເຖິງ ຕະຫຼາດພາຍນອກອັນມະ ຫາສານ, ການຮັບເອົາການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ຄວາມຊຳນານ, ແນໃສ່ ຮັບປະກັນການເປັນ ແກນກາງ ຂອງ ອາຊຽນ ແລະ ເພື່ອຍົກສູງ ຖານະບົດບາດ ແລະ ທີ່ຕັ້ງຂອງ ອາຊຽນ ຢູ່ໃນເວທີສາກົນ.

ນອກຈາກນັ້ນ, ພວກເຮົາກໍຢາກເຕືອນຄວາມຊົງຈຳຂອງ ທູດກໍສິກັນ ວ່ານັບແຕ່ໄດ້ ເຂົ້້າເປັນສະມາຊິກສົມບູນຂອງ ອາຊຽນ ໃນວັນທີ 23 ກໍລະກົດ 1997 ເປັນຕົ້ນມາ, ສປປລາວ ໄດ້ເປັນປະເທດສະມາຊິກໜື່ຶງທີ່ມີຄວາມພາກພູມໃຈຢ່າງຍິ່ງ ແລະ ຄວາມຮັບ ຜິດຊອບສູງ ຂອງອົງການ. ສປປລາວ ບໍ່ພຽງແຕ່ໄດ້ປະຕິບັດຢ່າງ ເຄັ່ງຄັດ ທຸກໆຫຼັກການ ທີ່ລະບຸໄວ້ຢູ່ໃນ ກົດບັດອາຊຽນ ແລະ ສົນທິສັນຍາວ່າດ້ວຍ ມິດຕະພາບ ແລະ ການຮ່ວມ ມື ແລະ ອື່ນໆ, ແຕ່ກໍຍັງໄດ້ມີການວາງແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນ ໃຫ້ມີ ຄວາມກົມກຽວກັບການສ້າງປະຊາຄົມອາຊຽນ ໃນໃສ່ໃຫ້ສາມາດຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ເສດຖະກິດ ລະຫວ່າງ ສປປລາວ ແລະ ປະເທດສະມາຊິກອື່ນໆ, ເປັນຕົ້ນແມ່ນ ປະເທດສະມາຊິກເກົ່າ.

ໃນສອງທົດສະວັດກວ່າໆທີ່ຜ່ານມາ ທີ່ເປັນ ສະມາຊິກ ອາຊຽນ, ສປປລາວ ໄດ້ຮັບ ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຫລາຍດ້ານ ທັງໆທີ່ໄດ້ມີການເລີ້ມຈາກ ລະດັບທີ່ຕ່ຳສຸດ ຍ້ອນຜົນຮ້າຍຂອງສົງຄາມທຳລາຍນັ້ນ. ໃນໄລຍະເວລາດຽວກັນ, ປະເທດ ລາວ ກໍໄດ້ໃຫ້ການ ປະກອບສ່ວນອັນສຳຄັນ ໃຫ້ແກ່ ອາຊຽນ ໃນຫລາຍດ້ານ: ໜຶ່ງ, ສະ ຖຽນລະພາບທາງການເມືອງ ພາຍໃນຂອງ ສປປລາວ ກໍມີຄວາມໝາຍສຳຄັນຕໍ່ການປົກ ປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ໃນພາກພື້ນ. ສອງ, ຈຸດທີ່ຕັ້ງທາງດ້ານພູມ ຍຸດທະສາດຂອງ ລາວ ທີ່ເປັນເໝືອນປະຕູ ເຂົ້າ-ອອກບານໜຶ່ງສູ່ ຈີນ ໄດ້ກາຍມາມີຄວາມ ໝາຍສຳຄັນ ແລະກໍແນ່ນອນວ່າຈະນຳເອົາຜົນປະໂຫຍດມາໃຫ້ອາຊຽນ ເສັ້ນທາງ ລົດໄຟ ທີ່ມີໄລຍະທາງທີ່ສັ້ນ ແລະ ມີຄວາມໝາຍທາງເສດຖະກິດ ທີ່ເຊື່ອມຕໍ່ລະຫວ່າງ ຄູນໝິງ ແລະ ສິງກະໂປ (SKRL) ໂດຍຜ່ານ ສປປລາວ ຊຶ່ງຈະສ້າງສຳເລັດໃນປີ 2021 ແມ່ນເປັນຕົວຢ່າງອັນດີ. ໂຄງການ ດັ່ງກ່າວນີ້ ກໍຈະຊ່ວຍໃນການປະຕິບັດແຜນແມ່ບົດ ຂອງການເຊື່ອມຈອດ ອາຊຽນ ພາຍໃນປີ 2025 ໃຫ້ປະກົດຜົນເປັນຈິງ. ໃນເມື່ອສຳເລັດ ແລ້ວ, ໂຄງການດັ່ງກ່າວ ຈະເປັນເສັ້້ນທາງລົດໄຟທຳອິດ ທີ່ຕິດຕໍ່ລະຫວ່າງ ປະເທດອາ ຊຽນ, ຈີນ, ເກົາຫຼີໃຕ້, ອາຊີກາງ ແລະ ເອີຣົບ. ຖ້າຫາກບໍ່ມີການຕົກລົງ ຕັດສິນໃຈຍາດ ເອົາ ທຶນຮອນ ແລະ ການສະໜັບສະໜູນທາງດ້ານເຕັກນິກຈາກ ຈີນ, ໂຄງການ SKRL ທີ່ໄດ້ຖືກສະເໜີເປັນຄັ້ງທຳອິດ ໂດຍ ອາຊຽນ ໃນປີ 1995 ໃນໂອກາດກອງປະຊຸມສຸດ ຍອດ ຜູ້ນຳປະເທດອາຊຽນ ວ່າດ້ວຍການຮ່ວມມືພັດທະນາອ່າງແມ່ນ້ຳຂອງ (AMBDC) ໃນສອງທົດສະວັດ ກ່ອນໜ້ານີ້ກໍຄົງຈະບໍ່ກາຍເປັນຈິງຂຶ້ນມາໄດ້.

ບວກເຂົ້າກັບການເຊື່ອມ ຕໍ່ກັນທາງອາກາດ, ເສັ້ນທາງດ່ວນ ໄປຫາ ຄູນໝິງ ຜ່ານ ສປປລາວ ກໍພວມໄດ້ຮັບການກໍ່ ສ້າງ. ສາມ, ປະເທດລາວ ບໍ່ພຽງແຕ່ໄດ້ເຄີຍເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມອື່ນໆທີ່ຕິດພັນນັ້ນ, ແຕ່ກໍຍັງໄດ້ມີການປະກອບສ່ວນຢ່າງ ແຂງແຮງ ໃຫ້ແກ່ການປະຕິບັດ ກົດບັດອາຊຽນ ແລະ ບັນດາ ເອກະສານທີ່ສຳຄັນອື່ນໆ ຂອງອົງການ. ສປປລາວ ໄດ້ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາເຊັມ ໃນປີ 2012 ຢ່າງມີຜົນສຳເລັດ. ເຊັ່ນດຽວກັນ, ສປປລາວ ກໍໄດ້ເປັນຜູ້ປະສານງານ ໃຫ້ແກ່ ການພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດ ສ. ເກົາຫຼີ ແລະ ສປປ ເກົາຫຼີ ໃນໂອ ກາດການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ໃນປີ 2004. ນັ້ນແມ່ນບາງຕົວ ຢ່າງ ເພື່ອເຕືອນຄວາມຊົງຈຳຂອງ ທູດ ກໍສິກັນ.

ຂໍ້ຄວາມສຸດທ້າຍຂອງພວກເຮົາແມ່ນ ກ່ຽວກັບການທີ່ ສປປລາວ ເປັນລັດທີ່ມີ ເອກະລາດ ແລະ ອະທິປະໄຕ. ສປປລາວຮູ້ດີວ່າບໍ່ພຽງແຕ່ມີຄວາມຕ້ອງການຊຸກຍູ້ສົ່ງເສີມ ຜົນປະໂຫຍດແຫ່ງຊາດ ຂອງຕົນເທົ່ານັ້ນ, ແຕ່ກໍຍັງໄດ້ມີການຄຳນຶງເຖິງ ຜົນປະໂຫຍດ ຂອງພາກພື້ນ ເຊັ່ນດຽວກັນ. ສປປລາວ ເປັນປະເທດສະມາຊິກ ທີ່ມີຄວາມຮັບຜິດຊອບ ສູງຂອງ ສະຫະປະຊາຊາດ, ອາຊຽນ, ອົງການ ການຄ້າໂລກ ແລະ ອົງການສາກົນອື່ນໆ. ເຫລົ່ານີ້ກໍ ລ້ວນແລ້ວແຕ່ເປັນອົງກອນທີ່ມີຫລັກການພື້ນ ຖານ. ສປປລາວ ແລະ ປະເທດ ສະມາຊິກອາຊຽນອື່ນໆ ໄດ້ໃຫ້ການປະກອບສ່ວນຂອງຕົນເພື່ອ ຊຸກຍູ້ສົ່ງເສີມ ແລະ ປົກ ປັກຮັກສາ ສັນຕິພາບ ແລະ ການພັດທະນາ ຢູ່ໃນຂົງເຂດ ແລະ ນອກພາກພື້ນ. ປະເທດ ລາວ ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງ ຊຶ່ງຖ້າຫາກມີການປະສົມປະສານເຂົ້າກັບຜົນສຳເລັດ ແລະ ທ່າແຮງອັນມະຫາສານຂອງປະເທດສະມາຊິກອື່ນໆແລ້ວ ກໍຈະເປັນການສ້າງກາລະ ໂອກາດ ແລະ ນຳເອົາຜົນປະໂຫຍດໄດ້ຫຼາຍຂຶ້ນ ໃຫ້ແກ່ ອາຊຽນ. ໃນນາມທີ່ເປັນ ອະດີດ ນັກການທູດ, ທູດກໍສິກັນ ຄວນມີຄວາມເຂົ້າໃຈຕໍ່ສິ່ງນີ້ ແລະ ໃຫ້ການ ຊຸກຍູ້ສ້າງຄວາມ ເປັນເອກະ ພາບຂອງ ອາຊຽນ, ແທນທີ່ຈະຜິປອງສ້າງຄວາມແບ່ງແຍກ ອັນຈະສົ່ງຜົນກະ ທົບຮ້າຍແຮງ ໃຫ້ແກ່ຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ ແລະ ອາຊຽນທັງມວນ. ພວກເຮົາຫວັງວ່າ ການດຳເນີນບາດກ້າວທີ່ຜິດພາດໃນທາງການທູດດັ່ງກ່າວ ທີ່ບໍ່ເປັນປະ ໂຫຍດອັນໃດເລີຍໃຫ້ແກ່ການທູດໂດຍລວມ ນັບທັງການຂຽນບົດຄວາມ ໃສ່ຮ້າຍປ້າຍ ສີນັ້ນຄົງຈະເປັນສິ່ງສຸດທ້າຍ. ພວກເຮົາເຊື່ອໝັ້ນຢ່າງແຂງແຮງວ່າ ຄວາມພະຍາຍາມ ຂອງ ທູດ ກໍສິກັນ ຈະບໍ່ມີທາງສຳເລັດໄດ້ ຍ້ອນວ່າມັນນຳໄປສູ່ການສ້າງ ຄວາມບາດໝາງ ແລະ ຄວາມແຕກແຍກ ຢູ່ພາຍໃນ ອາຊຽນ, ຊ່ຶງແນ່ນອນມັນກໍເປັນການທຳລາຍກຽດແລະຊື່ສຽງ ຂອງທ່ານທູດເອງ.

ວຽງຈັນ, ວັນທີ 30 ຕຸລາ 2020 ,ອະດີດທູດລາວ

View Comments

Leave a Reply

Your email address will not be published. Required fields are marked *

ກະລຸນາຫ້າມຄັດລອກບົດຄວາມກ່ອນໄດ້ຮັບອະນຸຍາດ