ເວັບໄຊ TODAY ລາຍງານວ່າ ໃນວັນຮາໂລວີນ (Halloween) ປີນີ້ ວັນທີ 31.10.2020, ທົ່ວໂລກຈະແນມເຫັນ ປະກົດການ “ເດືອນສີຟ້າ” (Blue Moon) ຊຶ່ງຈະກາຍເປັນເທື່ອທໍາອິດ ໃນຮອບ 76 ປີ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ. ປະກົດການ ເດືອນສີຟ້າ ເປັນປະກົດການທີ່ເກີດຂຶ້ນໄດ້ຍາກ ເພາະ ປະກົດການເດືອນເຕັມດວງ ຈະເກີດຂຶ້ນ ເດືອນລະ 1 ເທື່ອ ແຕ່ຖ້າຫາກ Blue Moon ເກີດຂຶ້ນ ໃນເດືອນໃດຂອງປີ ພວກເຮົາຈະໄດ້ເຫັນ ເດືອນເຕັມດວງ 2 ມື້ ໂດຍໃນປີນີ້ ເດືອນເຕັມດວງ ຫຼື Full Moon ເກີດຂຶ້ນ ໃນວັນທີ 1 ຕຸລາ 2020 (Havest Moon) ທີ່ຜ່ານມາ.
ຄືນນີ້ ລອງພາກັນຢູ່ບ່ອນມືດ ແລະ ສັງເກດເດືອນນໍາກັນ ວ່າຈະມີສີຟ້າບໍ່ ? ຖ້າບໍ່ມີເມກມາບັງ). ຖ້າເຫັນແລ້ວ ຖ່າຍຮູບ ມາໂຊແດ່ເດີ້
https://www.today.com/today/amp/tdna196799
View Comments