+ ທ່ານທີ່ເກີດວັນເສົາ :
ການທຳນາຍໄດ້ກ່າວ່າໃນທ້າຍປີ 2020 ຄົນເກີດວັນນີ້ ມັກມີດວງສະຕາແຂງ ແມ່ນແຕ່ຊວງດວງບໍ່ດີຕ້ອງຕົກທຸກໄດ້ຍາກ ພົບອຸປະສັກໜັກໜ້າ ກໍ່ສາມາດລຸກຂື້ນສູ້ ແລະ ຜ່ານໄປໄດ້ໂດຍດີ
ແມ່ນແຕ່ຄົນຈະຄິດທຳລາຍກໍຕ້ອງພາຍແພຢູ່ດີອຸປະນິໄສເປັນຄົນມີລັກສະນະເປັນຜູ້ນຳ ໜັກແໜ້ນໃຫ້ກຽດຖືສັກສີຂອງຕົນ ບໍ່ເຄີຍເອົາປຽບໃຜ ແລະ ເປັນຄົນຕົງໄປຕົງມາ ມີຄວາມຂະຫຍັນອົດທົນ
ເປັນຄົນເສຍສະຫລະ ຈິດໃຈເດັດດຽວ ເຮັດວຽກເກັ່ງ ຖ້າຄຽດແລ້ວຈະຄຽດດົນ ບໍ່ຄອຍໄວໃຈໃຜງ່າຍໆ ມີຄວາມຮູ້ດີ ຮັກຄວາມໝັ້ນຄົງ ບໍ່ຊ່າງເວົ້າເກັ່ງ ເຮັດສິ່ງໃດມັກຄິດກ່ອນຕັດສິນໃຈ
ຖືເຫດຜົນເປັນຫລັ້ກສຳຄັນ ເຈົ້າຊູ້ແຕ່ບໍ່ສະແດງອອກ ນິໄສເຂັ້ມງວດ ບໍ່ມັກຄຽດແຄນໃຫ້ໃຜ ໃຝ່ຮູ້ມີຄວາມຮັບຜິດຊອບ ສ່ວນໃຫຍ່ມັກຮັບວຽກທາງລາດສະການ ມີອາຊີບທີ່ໝັ້ນຄົງ ແລະ
ມີລັກສະນະໂດດເດັ່ນ ເປັນຄົນດວງແຂງຫລາຍໃນຈໍານວນ 7 ວັນ ຂໍ້ເສຍຈະຢູ່ທີຄຳເວົ້າ ມັກເວົ້າກ່ອນຄິດ ເຮັດໃຫ້ຄົນລົມນໍາບໍ່ເຂົ້າໃຈ ໃນໂຕເອງເຮົາ ອາດບໍ່ພໍໃຈ ຢາງໃດກໍດີຄົນເກີດວັນເສົາ
ເປັນຄົນທີມີນຳໃຈດີຄົນໜຶ່ງ ແລະ ໜ້າຄົບຫາບໍ່ໜ້ອຍເລີຍ.
ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.
+ ທ່ານທີ່ເກີດວັນພະຫັດ :
ການທຳນາຍໄດ້ກ່າວ່າໃນທ້າຍປີ 2020 ຄົນເກີດວັນນີ້ ເປັນຄົນມີບຸນ ມີດວງສະຕາດີ ມີກຽດມີຄົນນັບຖືຫລາຍ ແຕ່ມັກມີບັນຫາເລື່ອງຄູ່ຄອງ ຫລື ກໍອາພັບຄູ່ , ອຸປະນິໄສ ຂອງຄົນເກີດວັນພະຫັດ
ເປັນຄົນມັກສຶກສາຮໍ່າຮຽນ ມັກທຳມະເປັນຄົນເຈົ້າລະບຽບ ເປັນຄົນເຂັ້ມງວດແຕ່ເປັນຄົນມີຈິດໃຈເອື້ອເຝື້ອຕໍ່ຄົນອ້ອມຂ້າງ ຮັກຄວາມສະຫງົບ ມັກຄວາມໝົ້ນຄົງ ຢືດຖືຄວາມຖືກຕ້ອງທ່ຽງທຳ
ເດັດດຽວ ແຕ່ຢ້ານການປ່ຽນແປງ, ຄົນເກີດວັນພະຫັດເປັນຄົນເປີດເຜີຍ ບໍ່ມີຄວາມລັບລົມຄົມໃນ ເວົ້າແທ້ເຮັດຈິງ ແຕ່ເປັນຄົນຂີ້ໃຈນ້ອຍ ຢຶກຖືຂະນົບຖຳນຽມປະເພນີ ຄຽດແລ້ວໃຈຮ້າຍເຂັ້ມແຂງ ມັກລະແວງ ເຮັດອັນໃດກໍລອບຄອບດີ.
ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.
+ ທ່ານທີ່ເກີດວັນສຸກ :
ການທຳນາຍໄດ້ກ່າວ່າໃນທ້າຍປີ 2020 ຄົນເກີດວັນນີ້ ເປັນເທບແຫ່ງຄວາມຮັກ ມີດວງສະຕາດີ ຕົກນໍ້າບໍໄຫລຕົກໄຟບໍ່ໄໝ້ ຫລື ລຳບາກໄດ້ບໍ່ດົນ, ອຸປະນິໄສ ເປັນຄົນຮັກຄງາມສວຍງາມ ອາລົມສູນທະລີ ມີໄມຕີ
ມີນຳໃຈກັບທຸກຄົນ, ມັກຮຽນເກັ່ວດານສິລະປະດ້ານໃດໜຶ່ງ ມີຄວາມອ່ອນໂຍນໂຕຕໍຜູ້ອື່ນ ເປັນຄົນເຈົ້າຊູ້ຝັກໄຝໂລກີ ມັກການບັນເລິງເທິງໃຈ ດຸໝັ້ນ ໃນການເຮັດວຽກ ຊືຕົງບໍ່ເຄີຍໂກງໃຜ ,
ຄົນເກີດວັນສຸກ ເປັນຄົນຮູ້ຈັກອົດອ້ອມ ແຕ່ລົດນີ້ຍົມສູງ ມັກຄວາມສຸຫງົບ ເຢືອກເຢັນສຸຂຸມ ຮູ້ຈັກບາບບຸນຄຸນໂທດ ຮູ້ຈັກປະເມີນຕົນບໍ່ໂລບ ມີຈິດໃຈເອື້ອອາລີ ແຕ່ມັກຈົ່ມ ເປັນຄົນຄິດຫລາຍ
ລະວັງຄວາມຄິດບໍ່ເປັນເລື່ອງ ຜ່ອນຄາຍແດ່ກໍດີ ຄົນເກີດວັນສຸກ ຕ້ອງລະວັງຄວາມຄິດ, ຄວາມຮັກ ແລະ ການຢຶດຕິດ ເພາະສິ່ງເຫລົ້ານີ້ເປັນການທຳລາຍຄວາມສຸກ ມັກຈະເກັບເອົາເລື່ອງນ້ອຍໆມາຄິດ ,
ຖ້າຢຸດຄິດແລ້ວ ຈະເຮັດໃຫ້ມີຄວາມສຸກທັນທີ ຕ້ອງລະວັງການຢຶກຕິດກັບວັດຖຸ ຖ໊າຖາມວ່າລະວັງອັນໃດກໍ່ຄວນບອກວ່າຈົ່ງໃຊ້ທຸກຢ່າງທີ່ມີໃຫ້ພໍດີໝົດແລ້ວຈັງຄອຍຫາໃໝ່.
ອ່ານແລ້ວ ກົດແຊຣ໌ ທ່ານກໍໄດ້ບຸນນຳເພາະທ່ານໄດ້ແບ່ງປັນໃຫ້ຄົນເກີດປີດຽວກັນໄດ້ອ່ານນຳ ຂໍໃຫ້ທຸກຄົນທີ່ເກີດວັນນີ້ ຈົ່ງໄດ້ດັ່ງຄຳທຳນາຍມາແຕ່ຂ້າງເທີງນັ້ນທຸກປະການເຖີ້ນສາທຸ.