ບໍ່ພຽງເທົ່ານັ້ນ ເທິ ຍັງໄດ້ແຈ້ງຂ່າວດີວ່າຍອດບໍລິຈາກຕອນນີ້ (ວັນທີ 25 ຕຸລາ) ໃກ້ຈະຮອດ 100 ລ້ານແລ້ວເດີພີ່ນ້ອງເອີຍ ເຊິ່ງ ເທິ ຢູ່ນາ ໄດ້ໂພສວ່າ: “ມື້ນີ້ຍາປ້ານິດນຳພາຄອບຄົວພໍໃຈເດີນທາງມາແຈກຈ່າຍເງິນຊ່ວຍເຫຼືອໃຫ້ພີ່ນ້ອງເພິ່ນເອງຢູ່ເຊໂປນ ສ່ວນທີ່ເຫຼືອ 22 ລ້ານ ເຈ້ນາງສົມທົບຕໍ່ຊ່ວຍພີ່ນ້ອງຊາວເຊໂປນຜ່ານຢູ່ນາເລີຍ ຂອບໃຈແຮງໆແທນພີ່ນ້ອງບ້ານເຮົາ ລວມງົບໃນຢູ່ນາມື້ນີ້ຊິຮອດລ້ອຍລ້ານແລ້ວເດີ້ ຂອບໃຈທຸກທ່ານ”
ແນວໃດກໍ່ຕາມ ທາງທີມງານຂອງພວກເຮົາ ຂໍເປັນກຳລັງໃຈໃຫ້ພີ່ນ້ອງຜູ້ປະສົບໄພນໍ້າຖວມ ແລະ ຂອບໃຈຊາວເນັດຜູ້ໃຈບຸນທັງຫຼາຍທີ່ຊ່ວຍເຫຼືອພີ່ນ້ອງຊາວລາວນໍາກັນເດີ້.
View Comments