‘ຄ່າດອງ’​ ຄ່ານິຍົມທີ່ເຊື່ອງຊ້ອນໃນສັງຄົມລາວ.

ຂັ້ນຕອນກ່ອນຈະເຖິງງານດອງ ສິ່ງທີ່ຂາດບໍ່ໄດ້ ແລະສິ່ງທີ່ເຮັດໃຫ້ງານດອງເກີດຂຶ້ນໄດ້ ຫຼືວ່າ ບໍ່ນັ້ນ? ກໍແມ່ນຂຶ້ນຢູ່ກັບການເວົ້າວ່າເລື່ອງ “ຄ່າດອງ” ຫຼື “ຄ່ານ້ຳນົມ” ຫຼື “ຄ່າລ້ຽງດູຂອງພໍ່ແມ່” ຫຼື “ສິນສອດທອງໝັ້ນ”. ຈະໃຊ້ຄຳວ່າ “ຊື້/ຂາຍ” ແມ່ນບໍ່ຖືກຕ້ອງຢ່າງເດັດຂາດ. ສະໄໝບູຮານຂອງລາວເຮົາ ຄ່າດອງເປັນຂອງຝ່າຍຊາຍທັງໝົດ ຈະດ້ວຍຄ່າຫຼາຍ ຫຼືໜ້ອຍ ກໍສຸດແລ້ວແຕ່ທັງສອງກ້ຳສອງຝ່າຍຈະຕົກລົງກັນ.

ເຊັ່ນ: ຖ້າຜູ້ຍິງເປັນລູກສາວເຈົ້າເມືອງ, ລູກສາວເມືອງແສນ, ລູກສາວເມືອງຈັນ ຈະມີຄ່າຕົວ 6 ຕຳລຶງ (ຄຳ 1 ຕໍາລຶງທຽບເທົ່າ 4 ບາດ), ຖ້າລູກສາວຕາແສງ, ນາຍບ້ານ ຈະມີຄ່າຕົວ 3 ຕຳລຶງ ແລະຖ້າເປັນລູກສາວປະຊາຊົນທຳມະດາຈະມີຄ່າຕົວເປັນຄຳ 6 ບາດ” (ພິທີກຳການແຕ່ງດອງ, ດວງໄຊ ຫຼວງພະສີ) ໃນສັງຄົມລາວ ຖືເລື່ອງຄ່າດອງເປັນປັດໄຈໜຶ່ງທີ່ສຳຄັນໃນການແຕ່ງງານ.

ຄ່າດອງ ຫຼື ສິນສອດ ສ່ວນໃຫຍ່ແມ່ນນິຍົມມອບ “ຄຳ” ເປັນຫຼັກ ເນື່ອງຈາກຄໍາເປັນວັດຖຸມີຄ່າ, ບໍ່ເສື່ອມລາຄາໄປຕາມການເວລາ ແລະກໍຈະມີເງິນ, ວັດຖຸມີຄ່າອື່ນໆຕາມຄວາມເໝາະສົມ. ນອກຈາກນັ້ນ, ໃນສະໄໝກ່ອນກໍຍັງນິຍົມໃຫ້ “ຄວາຍ” ເປັນສິນສອດ ໂດຍຈຸດປະສົງແມ່ນສາມາດລ້ຽງໄວ້ທຳມາຫາກິນ ແລະແບ່ງຄວາຍບາງໂຕມາຂ້າໃນມື້ກິນດອງ.

ວັດທະນະທຳ ແລະຄວາມເຊື່ອຂອງການໃຫ້ຄ່າດອງແມ່ນແຕກຕ່າງກັນໃນແຕ່ລະຂົງເຂດ. ບາງຄົນເຊື່ອວ່າເວລາເອີ້ນຄ່າດອງນັ້ນ, ຝ່າຍຊາຍຈະຕ້ອງປັດລາຄາໃຫ້ສູງຂຶ້ນ ເພື່ອໃຫ້ຄູ່ບ່າວສາວຫາກິນຂຶ້ນເງີຍ, ຮັ່ງມີດີໄດ້ ຫຼືບາງຄົນຫາກບໍ່ມີເງື່ອນໄຂຈ່າຍຄ່າດອງໝົດເພິ່ນກໍຈະ “ລ່າມ” ອັນໝາຍເຖິງການຕິດໜີ້ໄວ້ກ່ອນ ແຕ່ຫາກໃນກໍລະນີມີການປະຮ້າງເກີດຂຶ້ນຝ່າຍຊາຍຈະຕ້ອງຈ່າຍຄ່າດອງທັງໝົດຕາມທີ່ຕົກລົງກັນໄວ້ໃນເບື້ອງຕົ້ນ.

ຄ່າດອງສິນສອດ ຄືສິ່ງສະທ້ອນເຖິງການໃຫ້ກຽດຜູ້ຍິງ ແລະຄອບຄົວຝ່າຍຍິງ ເພາະການທີ່ຍິງສາວຕ້ອງຈາກຄອບຄົວຕົນເອງໄປເປັນເມຍຂອງຜູ້ຊາຍຄົນໜຶ່ງ ແລະເປັນແມ່ຂອງລູກໆເຂົານັ້ນຄືການເສຍສະຫຼະຄັ້ງຍິ່ງໃຫຍ່ໃນຊີວິດ. ພ້ອມດຽວກັນນັ້ນ, ການທີ່ຝ່າຍຊາຍມີຄວາມສາມາດຈ່າຍຄ່າສິນສອດໃຫ້ຝ່າຍຍິງ ກໍຍັງໝາຍເຖິງວ່າເຂົາມີຄວາມອາດສາມາດໃນການລ້ຽງດູລູກເມຍບໍ່ໃຫ້ທຸກຍາກຂັດສົນ.

ໃນບາງກໍລະນີພາຍຫຼັງແຕ່ງງານແລ້ວ, ພໍ່ແມ່ຂອງຝ່າຍຍິງກໍຈະມອບສິນສອດທັງໝົດໃຫ້ລູກສາວ ແລະລູກເຂີຍເພື່ອເປັນທຶນຮອນໃນການສ້າງສາຄອບຄົວ ແລະອື່ນໆ.

ໃນຍຸກປັດຈຸບັນສັງຄົມເລິີ່ມປ່ຽນແປງໄປ, ທັດສະນະຄະຕິເລື່ອງການສ້າງຄອບຄົວຂອງບ່າວສາວຍຸກໃໝ່ກໍເລີ່ມມີຄວາມຫຼາກຫຼາຍຂຶ້ນ, ຜູ້ຍິງສາມາດອອກຈາກເຮືອນໄປເຮັດວຽກຫາເງິນໄດ້ເຊັ່ນດຽວກັບຜູ້ຊາຍ ອັນໝາຍເຖິງພວກເຂົາມີທາງເລືອກ ແລະສິດອຳນາດໃນການຕັດສິນໃຈເລືອກຄູ່ຄອງຫຼາຍຂຶ້ນ.

ມີຄູ່ຮັກຫຼາຍຄູ່ທີ່ຊ່ວຍກັນເກັບທ້ອນເງິນຄຳເພື່ອການແຕ່ງງານ ແລະເປັນທຶນຮອນໃນການສ້າງຄອບຄົວດ້ວຍຕົນເອງ ຫຼືຫຼາຍຄູ່ຕັດສິນໃຈບໍ່ຈັດພິທີແຕ່ງດອງໃຫຍ່ໂຕ, ມີພຽງສາມເຖົ້າສີ່ແກ່ ແລະບໍ່ມີຄ່າດອງ ຫຼືບາງຄູ່ກໍຢູ່ກິນກັນກ່ອນແຕ່ງງານ ຫຼືບາງຄູ່ກໍຕັດສິນໃຈບໍ່ຈົດທະບຽນແຕ່ງງານດ້ວຍເຫດຜົນທີ່ການຜູກມັດທາງກົດໝາຍ ແລະອື່ນໆ ແຕ່ປະຕິເສດບໍ່ໄດ້ວ່າ ຫາກພິທີການແຕ່ງງານຖືກດຳເນີນໄປບໍ່ຄົບຖ້ວນຕາມຮີດຄອງປະເພນີ ສັງຄົມກໍຈະບໍ່ຍອມຮັບ, ເກີດການຕິສິນນິນທາຕໍ່ບ່າວສາວ ແລະຄອບຄົວທັງສອງຝ່າຍ ເຊິ່ງປະຕິກິລິຍາທາງສັງຄົມທີ່ມີຕໍ່ບ່າວສາວນັ້ນ, ກໍບໍ່ອາດຕັດສິນໄດ້ວ່າເປັນສິ່ງທີ່ຖືກຕ້ອງເໝາະສົມຫຼືບໍ່? ຫຼືທີ່ຈິງແລ້ວບໍ່ຄວນໄປກ້າວກ່າຍຊີວິດສ່ວນຕົວຂອງຜູ້ອື່ນ? ບໍ່ວ່າຈະເປັນໄປດ້ວຍເງື່ອນໄຂ ຫຼືການຕັດສິນໃຈໃດໆກໍຕາມ ເນື້ອແທ້ຂອງການແຕ່ງງານຄືການໃຊ້ຊີວິດຄູ່ ແລະສ້າງຄອບຄົວໃຫ້ມີຄວາມຜາສຸກ ເຊິ່ງແນ່ນອນວ່າ ສິນສອດຄ່າດອງຈຳນວນມະຫາສານ ຫຼືການຈັດງານແຕ່ງໃຫຍ່ໂຕມະໂຫລານ, ການແຕ່ງກ່ອນຢູ່ ຫຼືຢູ່ກ່ອນແຕ່ງ ກໍບໍ່ໄດ້ເປັນໂຕຕັດສິນການມີ “ຊີວິດຄູ່” ທີ່ຍືນຍາວ ຈົນກາຍເປັນ “ຄູ່ຊີວິດ” ຂອງກັນ ແລະກັນ.

 

ບົດໂດຍ: ແອັດມິນ ກິນທີ່ນີ້ ທ່ຽວທີ່ນີ້ີ
ຮູບປະກອບຈາກເຟຊບຸກ

View Comments

Leave a Reply

Your email address will not be published. Required fields are marked *

ກະລຸນາຫ້າມຄັດລອກບົດຄວາມກ່ອນໄດ້ຮັບອະນຸຍາດ