ຈາກກໍລະນີທີ່ກຳລັງເປັນກະແສໂດງດັງໃນໂລກໂຊຊ່ຽວ ມິດສາຊີບແອບອ້າງເອົາຄົນພິການຕາບອດໄປຫາເງິນ , ເພື່ອຫວັງເງິນບໍລິຈາກເຂົ້າຫຼົງໂຕເອງ, ເປົ້າໝາຍບຸກຄົນດັ່ງກ່າວໂດຍສະເພາະແມ່ນສາຍບຸນ ລ່າສຸດ (22 ຕຸລາ 2020 ແມ່ນມີຫຼາຍຄົນທີ່ເກີດຄວາມເສຍຫາຍ ແລະ ຫຼົງເຊື້ອຄົນຜູ້ນີ້ ແລ້ວໄດ້ໂອນເງິນໄປໃນຈຳນວນບໍ່ໜ້ອຍເລີຍ. ຖ້າຫາກປ່ອຍປະລະເລີຍໄປແບບນີ້ອາດຈະມີຫຼາຍຄົນຕົກເປັນເຫຍື່ອລາວ ສະນັ້ນຈຶ່ງຢາກວອນຂໍໃຫ້ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາ ລົງກວດສອບທີ່ມາໄປຂອງເລື່ອງນີ້ ວ່າຄວາມເປັນຈິງຄືແນວໃດກັນແທ້.
View Comments