ໜັງສືພິມ Cambodia News English ລາຍງານວ່າ ອີງຕາມພະຍາກອນອາກາດ ວັນທີ 19 ຕຸລາ 2020 ນີ້ ຊີ້ໃຫ້ຮູ້ວ່າ ໄດ້ເກີດມີຄວາມກົດດັນຕໍ່າ ແລະ ກໍ່ໃຫ້ເກີດເປັນພາຍຸເຂດຮ້ອນ ຊຶ່ງປະຈຸບັນ ມີຈຸດສູນກາງຢູ່ປະເທດຟິລິປິນ ແລະ ກໍາລັງມຸ້ງໜ້າ ເຂົ້າສູ່ ທາງພາກເໜືອ ແລະ ພາກກາງ ຂອງປະເທດຫວຽດນາມ ແລະ ສປປ ລາວ ລະຫວ່າງວັນທີ 20-24/10/2020, ດ້ວຍຄວາມໄວລົມ 70-80 ໄມລ ຕໍ່ຊົ່ວໂມງ.
ກ່ອນໜ້ານີ້ ກໍ່ໄດ້ມີຫຼາຍພາຍຸ ພັດເຂົ້າໃນທິດທາງດຽວກັນ, ເຮັດໃຫ້ເກີດສະພາບຝົນຕົກ ແລະ ນໍ້າຖ້ວມໜັກໜ່ວງ ຢູ່ ສສ ຫວຽດນາມ ແລະ ສປປ ລາວ, ໂດຍພາຍຸລູກນີ້ ຄາດວ່າ ອາດຈະສົ່ງຜົນ ໃຫ້ມີສະພາບນໍ້າຖ້ວມ ແກ່ຍາວອອກໄປຕື່ມ
ຂໍ້ມູນ: Lao Youth Radio FM 90.0 Mhz
View Comments