ເຄີຍມາຫຼືຍັງ ບໍ່ນໍ້າຮ້ອນທໍາມະຊາດເມືອງຮ້ຽມ ບໍ່ນໍ້າຮ້ອນແຫ່ງນີ້ແມ່ນຕັ້ງຢູ່ເມືອງ ຮ້ຽມ ແຂວງ ຫົວພັນ ຢູ່ຫ່າງຈາກເມືອງຊໍາເໜຶອ 155km.
ນໍ້າໃນບໍ່ນໍ້າຮ້ອນແຫ່ງນີ້ມີອຸນນະພູມຮ້ອນເຖິງ 100 ອົງສາກັນເລີຍ ແລະ ຍັງເປັນສະຖານທີ່ພັກຜ່ອນຢ່ອນໃຈ ແລະ ຜ່ອນຄາຍຈາກຄວາມອິດເມື່ອຍຕ່າງໆ ຂອງປະຊາຊົນໃນເຂດນັ້ນ. ໂດຍສະເພາະແມ່ນໃນຊ່ວງລະດູໜາວທີ່ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມຢ່າງບໍ່ຂາດສາຍ.
ອີງຕາມການບອກເລົ່າຂອງປະຊາຊົນແຖວນັ້ນໄດ້ບອກມາວ່າ ນ້ຳໃນບໍ່ນ້ຳຮ້ອນ ສາມາດເຮັດໃຫ້ໄຂ່ເປັນໜ່ວຍໃຫ້ສຸກໄດ້ເລີຍຖ້າເຮົາປະໄວ້ດົນພໍ. ຈີງແທ້ແນ່ນອນຊໍາໃດ ໄປໆໄປລອງເບິ່ງ ຜູ້ໃດໄດ້ໄປສໍາພັດມາແລ້ວມາເລົ່າໃຫ້ແອັດຟັງແນ່ເດີ້.
ຂໍ້ມູນ ແລະ ຮູບພາບຈາກ: ພະແນກທ່ອງທ່ຽວແຂວງຫົວພັນ
ຮູບພາບຈາກ: NkaujHmong xamneua
View Comments