ຕົ້ນແປ້ງນົວ ເປັນພຶດຢືນຕົ້ນຂະໜາດນ້ອຍ ເມື່ອນໍາມາຕາກແຫ້ງແລ້ວບົດ ແລະ ນຳໄປປຸງແຕ່ງອາຫານແທນແປ້ງນົວຈະເຮັດໃຫ້ລົດຊາດຂອງອາຫານຊະນິດນັ້ນແຊບຫຼາຍຍິ່ງຂຶ້ນ ໂດຍບໍ່ຈຳເປັນຕ້ອງໃສ່ແປ້ງນົວເລີຍກໍໄດ້ ຈຶ່ງເໝາະກັບຜູ້ປ່ວຍທີ່ເປັນພະຍາດໄຂ່ຫຼັງ ແລະ ຊ່ວຍໃນເລື່ອງປະລິມານໂຊດ້ຽມໃນຮ່າງກາຍຫຼຸດລົງອີກດ້ວຍ.
ຕົ້ນແປ້ງນົວມີ ສັບພະຄຸນມີສານຕ້ານອະນຸມູນອິດສະຫຼະ ຊ່ວຍໃນການໝູນວຽນເລືອດ, ຍ່ອຍອາຫານ, ບຳລຸງສາຍຕາ ປິ່ນປົວພະຍາດຫອບຫືດ, ຫຼຸດຄໍເລສເຕີຣອລ, ຊ່ວຍບັນເທົາລິດສີດວງ, ຫຼຸດນ້ຳໜັກ, ປ້ອງກັນອາຫານໄອລ້າສານໃນຕັບ, ປ້ອງກັນອາການເຈັບຫົວ.
ນອກຈາກນີ້, ຍັງເພີ່ມ ແຄລຊຽມໃຫ້ກະດູກ, ປິ່ນປົວພະຍາດກະດູກ, ຫຼຸດການສະສົມ ແລະ ຫຼຸດການຕິດເຊື້ອໃນປອດ, ປ້ອງກັນໂລກເລືອດຈາງໂດຍເພີ່ມທາດເຮັດໃຫ້ເລືອດຄວບຄຸມລະດັບນ້ຳຕານສຳລັບຜູ້ເປັນພະຍາດເບົາຫວານ, ຊ່ວຍບັນເທົາພະຍາດຂໍ້ອັກເສບ, ປັບສົມດຸນຂອງລະບົບການເຜົາຜານ, ຫຼຸດອັກເສບໃນເສັ້ນເລືອດ, ຊ່ວຍຂ້າເຊື້ອໃນປອດ, ບຳລຸງສະໝອງໃຫ້ເຮັດວຽກຢ່າງມີປະສິດທິພາບ.