ເມືອງຊົນນະບູລີ “ສາມັກຄີ ຊ່ວຍເຫລືອກັນ ໃນຍາມຄັບຂັນ” ຈັດຕັ້ງ ແລະ ລະດົມກັນໄປກ່ຽວເຂົ້າຊ່ວຍຄອບຄົວນາຕໍ່າທີ່ກຳລັງສຸກນ້ຳຖ້ວມ ແລະ ຂົນຂື້ນທີ່ປອດໄພ ໂດຍຊາວບ້ານເອງ ແລະ ກ້ອນກຳລັງຊາວຫນຸ່ມຈາກພາກສ່ວນຕ່າງໆລົງສົມທົບ ເລີ່ມແຕ່ວັນທີ 9 ຕຸລາ 2020 ຈົດຮອດປັດຈຸບັນ ເພື່ອແກ້ໄຂບັນຫາສະເພາະຫນ້າ ເຊິ່ງຈະກອບກູ້ຜົນເສຍຫາຍຈາກນ້ຳຖ້ວມໃຫ້ໄດ້ຫລາຍທີ່ສຸດ.
ລ່າສຸດເຊົ້າວັນທີ 14 ຕຸລາ 2020 ທີ່ເມືອງຊົນນະບູລີ, ແຂວງສະຫວັນນະເຂດ ລະດັບນໍ້າເຊບັງຫຽງ ຂື້ນຖ້ວມບ້ານເມືອງໂຮງ ແລະ ເນື້ອທີ່ຕໍ່າຕາມສາຂາ; ສ່ວນນໍ້າເຊຊັງຊອຍ ກໍໃກ້ລົ້ນຝັ່ງຂື້ນຖ້ວມ ບ້ານທ່າຄຳເຫລື້ອມ ປັດຈຸບັນ, ກຳລັງຊ່ວຍກັນຂຸ້ນຂ້ຽວກ່ຽວເຂົ້າໃກ້ຈົມນຳ້, ເຄື່ອນຍ້າຍສັດ ແລະ ຂົນຂອງຂື້ນທີ່ສູງ.
ແອດມິນຂໍສົ່ງກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງຊາວນາ ທີ່ກຳລັງໄດ້ຮັບຜົນກະທົບໃນຄັ້ງນີ້ ຂໍໃຫ້ຜ່ານພົ້ນໄປດ້ວຍໄວ ແລະ ປອດໄພ.
ພາບ: ທິລະວົງ ຄຳມອນ
View Comments