ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.
ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1-3 ພັນປີ
ມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ 08 ຮ້ອຍກວ່າອັນ, ຫໍພິພິທະພັນສະຫວັນນະເຂດ 04 ຮ້ອຍກວ່າອັນ ແລະ ຫໍວັດທະນະທຳເມືອງວິລະບູລີຫຼາຍກວ່າ 6.600 ອັນ
Cr: Lao Youth Radio FM 90.0 Mhz
View Comments