ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະຜູ້ບໍລິຫານເຂດເສດຖະກິດພິເສດສາມລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນຳໂດຍ ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເຂດເສດຖະກິດພິເສດ ສາມຫລ່ຽມຄຳ ໄດ້ ພ້ອມຄະນະໄດ້ ຕ້ອນຮັບ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ພ້ອມດ້ວຍຄະນະ ມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຢູ່ເຂດດັ່ງກ່າວ.
ໂອກາດນີ້, ທ່ານ ຈ້າວ ເຫວີຍ ກໍໄດ້ມີຄຳເຫັນວ່າ: ການລົງມາຢ້ຽມຢາມ ແລະແລກ ປ່ຽນບົດຮຽນ ຂອງຄະນະຜູ້ແທນທັງສອງແຂວງຄັ້ງນີ້, ເປັນຂີດໝາຍທີ່ດີຂອງການພົວພັນຮ່ວມມືໃນທຸກດ້ານ ໂດຍສະເພາະການແລກປ່ຽນບົດຮຽນໃນດ້ານຕ່າງໆເຊັ່ນ: ການພັດທະ ນາພື້ນຖານໂຄງລ່າງ, ດ້ານກະສິກຳປູກຝັງ-ລ້ຽງສັດ, ການບໍລິການການທ່ອງທ່ຽວ ແລະດ້ານອື່ນໆ.
ຈາກນັ້ນຄະນະຜູ້ແທນ ກໍໄປທ່ຽວຊົມສະຖານທີ່ຫລາຍແຫ່ງພາຍໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເປັຕົ້ນ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນາທຳ ແລະ ທຳມະຊາດ, ຟາມລ້ຽງງົວ, ສະຖານທີ່ປູກພືດກະສິກຳ ແລະ ແຫລ່ງທ່ອງທ່ຽວພາຍໃນເຂດເສດ ຖະກິດ ຕື່ມອີກ.
ທີ່ມາ: ຂປລ